ອາການີສະຖານ ດັບສູນ ແລະ ຈັບຕົວພວກທະຫານກະບົດຕາລີບານ ຫຼາຍຄົນ

ອາການີສະຖານ ດັບສູນ ແລະ ຈັບຕົວພວກທະຫານກະບົດຕາລີບານ ຫຼາຍຄົນ - ảnh 1

ທະຫານ​ກະບົດ​ຕາ​ລີ​ບານ
(ພາບ:
tinngan.vn)

( vovworld )-​ ກະຊວງ​ພາຍ​ໃນອາບ​ກາ​ນີສະຖານ​ໃຫ້​ຮູ້​ວ່າ, ພວກ​ທະຫານ​ກະບົດ​ຕາ​ລີ​ບານ 42 ຄົນ ​ໄດ້​ຖືກ​ດັບ​ສູນ ​ແລະ ຈັບ​ຕົວ​ໃນ​ບັນດາ​ບັນຮົບ​ການ​ທະຫານ​ທີ່​ຫຼາຍ​ແຂວງ ນະຄອນ​ຢູ່ອາບ​ກາ​ນີສະຖານ​ເມື່ອ​ວັນ​ທີ 18/6. ນອກຈາກ​ບັນດາ​ມື​ປືນ​ຖືກ​ດັບ​ສູນ ​ແລະ ຈັບ​ຕົວ​ເຫຼົ່ານັ້ນ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຍັງ​ຄົ້ນພົບ ​ແລະ ​ຢຶດ​ເອົາ​ອາວຸດ​ຫຼາຍ​ປະ​ເພດ​ຂອງ​ພວກ​ທະຫານ​ກະບົດ​ອີກ​ດ້ວຍ. ປະຈຸ​ບັນ, ກຸ່ມ​ທະຫານ​ກະບົດຕາ​ລີ​ບານ ​ບໍ່​ທັນ​ໄດ້ຍົກ​ອອກ​ຄຳ​ວິຈານ​ໃດໆ​ກ່ຽວ​ກັບ​ຂ່າວ​ດັ່ງກ່າວ​ເທື່ອ. ນີ້​ແມ່ນ​ບັ້ນຮົບ​ກວາດ​ລ້າງ​ພວກ​ທະຫານ​ກະບົດ ​ໂດຍ​ຕຳຫຼວດ​ແຫ່ງ​ຊາດອາບ​ກາ​ນີສະຖານ ພ້ອມ​ກັບ​ກອງທັບ ​ແລະ ບັນດາ​ກຳລັງ​ທະຫານ​ປະສົມ ​ໂດຍ​ອົງການ​ນາ​ໂຕ ສົມທົບ​ກັນ​ຈັດຕັ້ງຂຶ້ນ.

   ກ່ອນ​ໜ້ານັ້ນ, ​ໃນ​ກອງ​ປະຊຸມ​ສາກົນ​ກ່ຽວກັບອະ​ນາ​ຄົດ​ຂອງອາບ​ກາ​ນີສະຖານ, ກອງ​ປະຊຸມ​​ໄດ້ອອກ​ຖະ​ແຫຼງການ​ຖື​ວ່າ, ລັດທິ​ກໍ່​ການ​ຮ້າຍ ​ແລະ ລັດທິ​ຫົວ​ຮຸນ​ແຮງ​ພວມ​ແມ່ນ​ໄພ​ນາບ​ຂູ່​ເປັນ​ປະຈຳ​ສຳລັບ​ພາກ​ພື້ນ, ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ລົບ​ລ້າງ​ເຮືອນ​ຮັງ​ຂອງ​ບັນດາ​ເປົ້າໝາຍ​ກໍ່​ການ​ຮ້າຍ; ສົ່ງ​ເສີມ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ເກັ້ຍກ່ອມ​ພວກ​ທະຫານ​ກະບົດ​ຕາ​ລີ​ບານ ​ເຂົ້າຮ່ວມ​ວິວັດ​ການ​ເຈລະຈາ​ສັນຕິພາບ​ຮອບ​ດ້ານ ບົນ​ຫຼັກການ​ປະລະ​ການ​ໃຊ້​ຄວາມ​ຮຸນ​ແຮງ.


ຂ່າວ/ບົດ​ອື່ນ