ອາຊີບຕໍ່າແຜ່ນແພພື້ນເມືອງ ຂອງ ຊົນເຜົ່າ ເຮີເຣ ແມ່ນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ

(VOVWORLD) - ຊາວເຜົ່າ ເຮີເຣ ຍັງຄົງອະນຸລັກຮັກສາອາຊີບຕໍ່າແຜ່ນແພພື້ນເມືອງທີ່ເປັນມູນເຊື້ອໄວ້ໄດ້ ແລະ ຜະລິດຕະພັນເຄື່ອງຕໍາແຜ່ນແພພື້ນເມືອງຂອງຊົນເຜົ່າ ເຮີເຣ ກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຄົມບັນດາເຜົ່າ.
ອາຊີບຕໍ່າແຜ່ນແພພື້ນເມືອງ ຂອງ ຊົນເຜົ່າ ເຮີເຣ ແມ່ນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ - ảnh 1ອາຊີບຕໍ່າແຜ່ນແພພື້ນເມືອງ ຂອງ ຊົນເຜົ່າ ເຮີເຣ (ພາບ: TTXVN) 

ວັນທີ 25 ກັນຍາ, ຢູ່ເຂດອະນຸລັກຮັກສາວັດທະນະທໍາບ້ານ ແຕງ, ຕາແສງບາແທ່ັງ, ຄະນະກໍາມະການປະຊາຊົນເມືອງ ບາເຕີ, ແຂວງກວ໋າງງ໊າຍ ໄດ້ປະກາດຂໍ້ຕົກລົງຂອງກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກ່ຽວກັບການຮັບຮອງເອົາອາຊີບຕໍ່າແຜ່ນແພພື້ນເມືອງທີ່ເປັນມູນເຊື້ອຂອງຊົນເຜົ່າ ເຮີເຣ ຕາແສງ ບາແທັ່ງ ແມ່ນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ, ພາຍໃຕ້ການເປັນສັກຂີພິຍານຂອງພໍ່ແມ່ປະຊາຊົນເຜົ່າ ເຮີເຣ ນັບຮ້ອຍຄົນທີ່ພວມດໍາລົງຊີວິດຢູ່ແຂວງກວ໋າງງ໊າຍ.

        ບໍລິເວນແຂວງກວ໋າງງ໊າຍ ມີພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍຫຼາຍຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນຄື ຊາວເຜົ່າ ກໍ, ຊາວເຜົ່າ ກາຢອງ, ເຮີເຣ... ໃນນັ້ນ, ຊາວເຜົ່າ ເຮີເຣ ຍັງຄົງອະນຸລັກຮັກສາອາຊີບຕໍ່າແຜ່ນແພພື້ນເມືອງທີ່ເປັນມູນເຊື້ອໄວ້ໄດ້ ແລະ ຜະລິດຕະພັນເຄື່ອງຕໍາແຜ່ນແພພື້ນເມືອງຂອງຊົນເຜົ່າ ເຮີເຣ ກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຄົມບັນດາເຜົ່າ.  ອາຊີີບຕໍ່າແຜ່ນແພພື້ນເມືອງຂອງຊາວເຜົ່າ ເຮີເຣ ບໍ່ພຽງແຕ່ຜະລິດອອກບັນດາຜະລິດຕະພັນຮັບໃຊ້ຄວາມຕ້ອງການໃນຊີວິດປະຈໍາວັນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈຸດຄວາມງາມຂອງວັດທະນະທໍາທີ່ເປັນມູນເຊື້ອ, ຄວາມສະຫຼາດສະຫຼຽວ, ຄ່ອງແຄ້ວ ຂອງພໍ່ແມ່ປະຊາຊົນ ເຮີເຣ ທີ່ໄດ້ສືບທອດມາຫຼາຍເຊັ່ນຄົນ ແລະ ໄດ້ຮັບການອະນຸລັກຮັກສາ, ພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ