ອາ​ຊຽນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ກິ​ລາ

(VOVWORLD) - ດ້ວຍຖານະເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປີ 2022, ກຳປູເຈຍ ຫາກໍເປັນເຈົ້າພາບຈັດ 2 ກອງປະຊຸມສຳມະນາກ່ຽວກັບການອະນຸລັກຮັກສາກິລາປະເພດຕ່າງໆທີ່ເປັນມູນເຊື້ອ (TSG) ແລະ ພັດທະນາເຂດຫຼີ້ນກິລາບັນເທິງ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ອາ​ຊຽນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ກິ​ລາ - ảnh 1ໂລໂກ ແລະ ສັດນຳໂຊກຂອງຊີເກມ 32 (ພາບ: TTXVN)

ວາລະກອງປະຊຸມສຳມະນາທີໜຶ່ງ ໄດ້ແນະນຳກ່ຽວກັບ Kun Khmer ແລະ L’bokator  - ເຊິ່ງເປັນປະເພດກິລາມວຍທີ່ເປັນມູນເຊື້ອຂອງ ກຳປູເຈຍ, ພ້ອມດ້ວຍການຢ້ຽມຢາມສະໜາມກິລາແຫ່ງຊາດ Morodok Techo - ໜຶ່ງໃນບັນດາສະຖານທີ່ຈັດງານມະຫາກິລາ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 32  ເຊິ່ງຈະຈັດຂຶ້ນໃນປີໜ້າ.

        ໃນກອງປະຊຸມສຳມະນາທີສອງ ໄດ້ປຶກສາຫາລືກ່ຽວກັບບົດບາດຂອງເຂດຫຼີ້ນກິລາ ແລະ ບັນເທິງໃນການຊຸກຍູ້ປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ ແລະ ຂະຫຍັນຂັນເຄື່ອນ. ພາຍໃຕ້ການເປັນປະທານຂອງຄະນະເລຂາ ອາຊຽນ, ວາລະປຶກສາຫາລືດັ່ງກ່າວ ໄດ້ສຸມໃສ່ການພັດທະນາ ແລະ ອະນາຄົດຂອງບັນດາປະເພດກິລາ ແລະ ການລະຫຼີ້ນບັນເທິງໃນພາກພື້ນ. ບັນດາຜູ້ແທນເຂົ້າຮ່ວມສອງວາລະກອງປະຊຸມສຳມະນາດັ່ງກ່າວ ລ້ວນແຕ່ຮຽກຮ້ອງໃຫ້ມີການກະທຳທີ່ມີແບບມີແຜນ, ມີລະບົບ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນການອະນຸລັກຮັກສາ ແລະ ພັດທະນາ ກິລາປະເພດຕ່າງໆທີ່ເປັນມູນເຊື້ອໃນສະພາບການເຫັນເປັນດີຈີຕອນ, ສ້າງບັນຍາກາດສີຂຽວ ແລະ ຂຸດຄົ້ນບັນດາຮາກຖານກິລາໃນປັດຈຸບັນຢູ່ບັນດາປະເທດ ສະມາຊິກ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ