ອາຊຽນ, ລັດເຊຍ ດຳເນີນກອງປະຊຸມຄັ້ງທີ 11 ຄະນະກຳມະການຮ່ວມມື
(ພາປະກອບ)
(vovworld) - ວັນທີ 21/03, ຢູ່ສຳນັກງານຄະນະເລຂາອາຊຽນ, ທີ່ນະຄອນຈາກາກຕາ, ປະເທດອິນໂດເນເຊຍ, ໄດ້ຈັດກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການຮ່ວມລະຫວ່າງອາຊຽນ - ລັດເຊຍ (ARJCC). ກອງປະຊຸມໂດຍທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າຂອງ ມາເລເຊຍ ປະຈຳອາຊຽນ Dato’ Hasnudin Hamzah ແລະ ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າສະຫະພັນລັດເຊຍ ປະຈຳອາຊຽນ Mikhail Galuzin ເປັນປະທານຮ່ວມ. ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການປະຕິບັດໂຄງການດຳເນີນງານຮອບດ້ານ (CPA) ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະ ສະຫະພັນລັດເຊຍ ໄລຍະ 2005 – 2015; ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງມາດຕະການເພີ່ມທະວີການຮ່ວມມືລະຫວ່າງ 2 ຝ່າຍ ໃນ 3 ຂົງເຂດໃຫ້ບຸລິມະສິດນັ້ນແມ່ນ ການເມືອງ - ປ້ອງກັນຄວາມສະຫງົບ. ເສດຖະກິດ ແລະ ວັດທະນະທຳ - ສັງຄົມ. ກອງປະຊຸມໄດ້ຮັບຮອງເອົາບົດລາຍງານປະຈຳປີ 2012 ແລະ ແຜນການເຄື່ອນໄຫວປີ 2013 ຂອງສູນອາຊຽນ; ພ້ອມທັງປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງອາຊຽນ - ລັດເຊຍ ຄັ້ງທີ 3 ແລະ ບັນດາການເຄື່ອນໄຫວລວມເຊິ່ງຈະດຳເນີນໄປໃນປີ 2013 ນີ້.