ອາຊຽນ ສືບຕໍ່ໃຫ້ຄຳໝັ້ນສັນຍາຮັກສາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ  ສະຫະປະຊາຊາດ, ໄດ້ຢືນຢັນຄືນໃໝ່ເລື່ອງ ອາຊຽນ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອຫັນໂລກປອດອາວຸດນິວເຄຼຍ (NPT) ໃຫ້ປະກົດຜົນເປັນຈິງ
ອາຊຽນ ສືບຕໍ່ໃຫ້ຄຳໝັ້ນສັນຍາຮັກສາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ  - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ)

ວັນທີ 13 ຕຸລາ, ຢູ່ສໍານັກງານສະຫະປະຊາຊາດ, ທີ່ນະຄອນ ນິວຢອກ (ອາເມລິກາ), ຄະນະກຳມະການຫຼຸດຜ່ອນກຳລັງປະກອບອາວຸດ ແລະ ຄວາມໝັ້ນຄົງສາກົນ ຂອງສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ດຳເນີນການປືກສາຫາລືກ່ຽວກັບຫົວຂໍ້ອາວຸດນິວເຄຼຍ, ດ້ວຍການເຂົ້າຮ່ວມຂອງຫຼາຍປະເທດສະມາຊິກສະຫະປະຊາຊາດ ແລະ ຜູ້ຕາງໜ້າຂອງຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ກ່າວຄຳເຫັນຕາງໜ້າໃຫ້ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ  ສະຫະປະຊາຊາດ, ໄດ້ຢືນຢັນຄືນໃໝ່ເລື່ອງ ອາຊຽນ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອຫັນໂລກປອດອາວຸດນິວເຄຼຍ (NPT) ໃຫ້ປະກົດຜົນເປັນຈິງ ໃນກົນໄກສາກົນທົ່ວໂລກກ່ຽວກັບການຫຼຸດຜ່ອນອາວຸດ, ຕ້ານການແຜ່ຂະຫຍາຍ ແລະ ການນຳໃຊ້ນິວເຄຼຍເພື່ອຈຸດປະສົງສັນຕິພາບ. ພ້ອມກັນນັ້ນ, ກໍ່ຮຽກຮ້ອງໃຫ້ບັນດາປະເທດທີ່ມີອາວຸດນິວເຄຼຍປະຕິບັດພັນທະ ແລະ ຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນອາວຸດນີ້ ດ້ວຍຂັ້ນຕອນ ແລະ ການກະທຳທີ່ລະອຽດ... ໃນຂະນະທີ່ລໍຖ້າການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງ, ບັນດາປະເທດຕ້ອງສືບຕໍ່ລົງນາມ, ໃຫ້ສັດຕະຍາບັນເພື່ອໃຫ້ ສົນທິສັນຍາຫ້າມທົດລອງນິວເຄຼຍ (CTBT) ເລີ່ມມີຜົນສັກສິດໃນໄວໆນີ້.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຈູງ ຢືນຢັນວ່າ, ອາຊຽນ ສະໜັບສະໜູນບັນດາຄວາມມານະພະຍາຍາມປະກອບສ່ວນຂອງບັນດາເຂດປອດອາວຸດນິວເຄຼຍ ສຳລັບກົນໄກຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນກຳລັງປະກອບອາວຸດ; ໃຫ້ຄຳໝັ້ນສັນຍາຮັກສາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ປອດອາວຸດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ