ອາ​ຊຽນ ສາ​ມັກ​ຄີ ແລະ ​ມີ​ຄວາມຕັດ​ສິນ​ໃຈ ກວ່າ​ອີກ​ໃນ​ກ​ານ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -    ຕອນເຊົ້າວັນທີ 14 ເມສາ, ທີ່ກອງປະຊຸມອອນລາຍຖ່າຍທອດສົດຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ ໄດ້ກ່າວປາໄສໄຂກອງປະຊຸມສຸດຍອດ ພິເສດ ອາຊຽນ ກ່ຽວກັບບັນຫາຮັບມືກັບໂລກລະບາດໂຄວິດ - 19. ເຂົ້າຮ່ວມກອງປະຊຸມມີການນຳບັນດາປະເທດອາຊຽນ.
 ອາ​ຊຽນ ສາ​ມັກ​ຄີ ແລະ ​ມີ​ຄວາມຕັດ​ສິນ​ໃຈ ກວ່າ​ອີກ​ໃນ​ກ​ານ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກເປັນປະທານກອງປະຊຸມ (ພາບ: TTXVN)

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກຖືວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ ໃນສະພາບໂລກລະບາດໂຄວິດ - 19 ພວມແຜ່ລະບາດຢ່າງຮ້າຍແຮງໃນທົ່ວໂລກ. ບັນດາປະເທດສະມາຊິກ ອາຊຽນ ກໍພວມມານະພະຍາຍາມປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ຮັບມືກັບຜົນກະທົບອັນຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ເສດຖະກິດ, ສັງຄົມ ໂດຍສະເພາະແມ່ນຂົງເຂດການບໍລິການ ເຊິ່ງກວມເອົາ 30% ຍອດ GDP ຂອງ ອາຊຽນ ແລະ ຮັບປະກັນຊີວິດສັງຄົມ.

        “ໃນຈຸດເວລາທີ່ມືດມົວ, ຫຍຸ້ງຍາກນີ້້ ຄວາມສາມັກຄີຂອງປະຊາຄົມ ອາຊຽນ ກ່ຽວກັບການອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຄຽງບ່າຄຽງໄຫຼ່ຜ່ານຜ່າຄວາມຫຍຸ້ງຍາກ ໂດຍໄດ້ສະແດງໃຫ້ເຫັນຜ່ານ ຖະແຫຼງການປະທານອາຊຽນກ່ຽວກັບການພ້ອມກັນຮັບມືກັບໂລກລະບາດໂຄວິດ -  19 (14/2/2020); ເພີ່ມທະວີກ່ຽວກັບການຮ່ວມມືດ້ານສາທາລະນະສຸກ, ການປ້ອງກັນຊາດ, ເສດຖະກິດ, ການທ່ອງທ່ຽວ; ແບ່ງປັນ, ຊ່ວຍເຫຼືອການສະໜອງສະບຽງອາຫານທີ່ຈຳເປັນ, ອຸປະກອນການແພດ, ໜູນຊ່ວຍພົນລະເມືອງໃນໄລຍະເກີດໂລກລະບາດ. ບັນດາຄວາມມານະພະຍາຍາມຂອງອາຊຽນ ໄດ້ນຳມາເຊິ່ງໝາກຜົນເປັນໜ້າຊື່ນຊົມ. ບັນດາໝາກຜົນໃນເບື້ອງຕົ້ນນີ້ ຊ່ວຍໃຫ້ພວກເຮົາມີຄວາມໝັ້ນໃຈກວ່າ, ແຕ່ບໍ່ປະໝາດ ຫາກຕ້ອງສາມັກຄີກັນ ແລະ ມີຄວາມຕັດສິນໃຈຢ່າງສູງໃນການປະຕິບັດວຽກງານດັ່ງກ່າວ ບົນເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

        ພາຍຫຼັງບົດກ່າວໄປໄສໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ, ປະທານສະພາປະສານງານ ອາຊຽນ ກໍໄດ້ສະເໜີບົດລາຍງານກ່ຽວກັບບັນດາຄວາມມານະພະຍາຍາມຂອງ ອາຊຽນໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ສະເໜີທິດທາງການຮ່ວມມືໃນໄລຍະຈະມາເຖິງ ເພື່ອຍື່ນສະເໜີຕໍ່ບັນດາການນຳອາຊຽນ.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ