ອາຊຽນປຶກສາຫາລືມາດຕະການ ຊຸກຍູ້ລະບຽບການດ້ານພາສີ ຢ່າງກົມກ່ຽວ

ອາຊຽນປຶກສາຫາລືມາດຕະການ ຊຸກຍູ້ລະບຽບການດ້ານພາສີ ຢ່າງກົມກ່ຽວ - ảnh 1

(ພາບປະກອບ: baohaiquan.vn)

(vovworld)- ​​ໃນ​ວາລະ​ປະຊຸມຄັ້ງທີ 22 ຂອງ​ຫົວໜ້າ​ກົມ​ພາສີ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ຊື່​ງຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ແຕ່​ວັນ​ທີ 4-6/6, ບັນດາ​ຜູ້​ແທນ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ໂດຍ​ຖື​ວ່າ ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວຂ້ອງ​ເຖິງ​ໂຄງການ​ປະຕູ​ດຽວ​ອາ​ຊຽນ ​ແລະ ຊຸກຍູ້​ວິວັດ​ການ​​ໃຫ້​ສັດຕະຍາບັນ​ສັນຍາ​ອາ​ຊຽນກ່ຽວ​ກັບ​ພາສີ​ໂດຍ​ໄວ. ທີ່​ວາລະ​ປະຊຸມ​ຄັ້ງນີ້,  ຫົວໜ້າ​ກົມ​ພາສີບັນດາ​ປະ​ເທດ​ອາ​ຊຽນ ກໍ່​​ໄດ້​ທົບ​ທວນຄືນ​ວຽກ​ງານ​ຂອງ​ບັນດາ​ກຸ່ມ​ເຮັດ​ວຽກ​ງານກ່ຽວ​ກັບ​ພາສີ​ຂອງອາ​ຊຽນ, ລວມມີ: ຄະນະ​ກຳມະການ​ປະສານ​ງານ​ກ່ຽວ​ກັບ​ພາສີ, ກຸ່ມ​ກ່ຽວ​ກັບ​ລະບຽບ​ການ​ພາສີ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຄ້າ, ກຸ່ມ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ພາສີ ​ແລະ ຄະນະ​ກຳມະການ​ກ່ຽວ​ກັບ​ກົນ​ໄກ​ປະຕູ​ດຽວ​ຂອງ​ອາ​ຊຽນ… ນອກຈາກ​ນັ້ນ​ແລ້ວ, ຫົວໜ້າ​ກົມ​ພາສີບັນດາ​ປະ​ເທດ​ອາ​ຊຽນ ກໍ່​ໄດ້​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ຂອງ​ບັນດາ​ອົງການ​ພາສີ​ບັນດາ​ປະ​ເທດ​ຈີນ, ຍີ່ປຸ່ນ, ສ​ເກົາຫຼີ ​ແລະ ອົງການ​ພາສີ​ໂລກ.

ຂ່າວ/ບົດ​ອື່ນ