ອາຊຽນສາມັກຄີໃນການຊຸກຍູ້ການພົວພັນກັບສະຫະພັນລັດເຊຍ
ການພົບປະກັບບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດ
ບັນດາປະເທດອາຊຽນ ປະຈຳສະຫະພັນລັດເຊຍ
(ພາບ: Vietnam+)
(vovworld) - ວັນທີ 30/03, ທີ່ສູນ Incentra, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດການພົບປະກັບບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດບັນດາປະເທດອາຊຽນ ປະຈຳສະຫະພັນລັດເຊຍ. ທີ່ການພົບປະ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງການເຄື່ອນໄຫວຕ່າງໆຢ່າງລະອຽດ ເພື່ອແນໃສ່ຊຸກຍູ້ກວ່າອີກ, ບໍ່ພຽງແຕ່ການພົວພັນລະຫວ່າງອາຊຽນ ແລະ ສະຫະພັນລັດເຊຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມສາມັກຄີພາຍໃນຂອງກຸ່ມອາຊຽນ ອີກດ້ວຍ. ກ່່າວຄຳເຫັນຢູ່ທີນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນແທງເຊີນ ໄດ້ແນະນຳບັນດາໂຄງການລົງທຶນໃຫຍ່ຂອງຫວຽດນາມ ຢູ່ສະຫະພັນລັດເຊຍ; ຈາກນັ້ນ, ຮຽກຮ້ອງໃຫ້ບັນດາປະເທດອາຊຽນ ຮ່ວມແຮງຮ່ວມໃຈຈັດຕັ້ງງານຕະຫຼາດນັດສິນຄ້າທີ່ມີຄຸນນະພາບສູງຂອງບັນດາປະເທດອາຊຽນ ໃນປີ 2016 ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສະຫະພັນລັດເຊຍ ກັບ ປະຊາຄົມອາຊຽນກວ່າອີກ.
ສ່ວນບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດບັນດາປະເທດອາຊຽນ ປະຈຳສະຫະພັນລັດເຊຍ ລ້ວນແຕ່ຕີລາຄາສູງກ່ຽວກັບແນວຄວາມຄິດຂອງຝ່າຍຫວຽດນາມ, ພ້ອມທັງຍົກອອກບັນດາຄຳເຫັນປະກອບຫຼາຍຢ່າງທີ່ມີລັກສະນະສ້າງສັນສູງ.