ອາ​ຊຽນ​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ ແລະ ໜູ​ນ​ຊ່ວຍ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ທ່ານ ຫງວຽນກ໊ວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະສານງານປະຊາຄົມການເມືອງ ຄວາມໝັ້ນຄົງ ອາຊຽນຄັ້ງທີ 12 (ASCCO - 12) ຕາມຮູບການທາງອອນລາຍ.
ອາ​ຊຽນ​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ ແລະ ໜູ​ນ​ຊ່ວຍ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ  - ຫວຽດນາມ ເຂົ້າຮ່ວມກອງປະຊຸມ ACCWG-PHE ຄັ້ງທີ 3

ວັນທີ 1 ກັນຍາ, ໃນບົດບາດເປັນປະທານກຸ່ມປະຕິບັດງານລະຫວ່າງຂະແໜງຂຶ້ນກັບສະພາປະສານງານອາຊຽນກ່ຽວກັບການຮັບມືກັບບັນດາກໍລະນີສະພາວະສຸກເສີນທາງດ້ານສາທາລະນະສຸກ (ACCWG-PHE), ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ  - ຫວຽດນາມ ຮຽກຮ້ອງຈັດຕັ້ງກອງປະຊຸມ ACCWG-PHE ຄັ້ງທີ 3. ກ່າວຄຳເຫັນໃນຖານະທີ່ເປັນຜູ້ຕາງໜ້າ ປະທານອາຊຽນ 2020, ທ່ານ ຫງວຽນກ໊ວກຢຸງໄດ້ສະເໜີໃຫ້ບັນດາປະເທດອາຊຽນ ແລະ ຄະນະເລຂາອາຊຽນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້, ຜັນຂະຫຍາຍບັນດາຂໍ້ລິເລີ່ມຮັບມື, ຕ້ານໂລກລະບາດ Covid – 19, ປະຕິບັດສຳເລັດຂັ້ນຕອນຮັບຮູ້ກັບບັນດາກໍລະນີສະພາວະສຸກເສີນດ້ານສາທາລະນະສຸກທີ່ບັນລຸມາດຕະຖານຂອງອາຊຽນ ເພື່ອຍືນສະເໜີຕໍ່ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ຮັບຮອງເອົາ…

        ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນກ໊ວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະສານງານປະຊາຄົມການເມືອງ ຄວາມໝັ້ນຄົງ ອາຊຽນຄັ້ງທີ 12 (ASCCO - 12) ຕາມຮູບການທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ