ອາຊຽນແຕ່ງຕັ້ງຮອງເລຂາທິການໃຫຍ່ຄົນໃໝ່

 ອາຊຽນແຕ່ງຕັ້ງຮອງເລຂາທິການໃຫຍ່ຄົນໃໝ່ - ảnh 1
ທ່ານ ວົງ​ເທບ ອັດທະ​ໄກ​ວາທີ  (ພາບ: vietnam+)

(vovworld) – ​ແຈ້ງ​ການຂອງ​ຄະນະ​ເລ​ຂາ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາ​ຊຽນຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ໃຫ້​ຮູ້​ວ່າ: ວັນ​ທີ 12/10 ທ່ານ ວົງ​ເທບ ອັດທະ​ໄກ​ວາທີ, ຊຶ່ງ​ເປັນ​ນັກ​ການ​ທູດ ​ແລະ ອະດີດ​ນັກ​ຊ່ຽວຊານ​ດ້ານຕຸລາການ​ສຳລັບ​ຄະດີອາຍາຂອງ ​ໄທ ​ໄດ້ສາບານ​ຕົວ​​ເຂົ້າດຳລົງ​ຕຳ​ແໜ່​ງ ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ (DSG) ຮັບຜິ​ກຊອບ​ດ້ານ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ. ພິທີສາບານ​ຕົວ​​ໄດ້​ຈັດ​ຕັ້ງ​ທີ່​ສຳນັກງານ​ຂອງ ອາຊຽນ ຢູ່​ນະຄອນຫລວງ ຢາ​ກາ​ຕາ ປະ​ເທດ ອິນ​ໂດ​ເນ​​ເຊຍ ​ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ເລ​ເລືອ​ງມິ​ງ ​ເລຂາທິການ​ໃຫຍ່ ອາ​ຊຽນ. ຕາມ​ກົດ​ບັດ ອາ​ຊຽນ ​ແລ້ວ, ທ່ານ​ຮອງ​ເລຂາທິການ​ໃຫຍ່ ວົງ​ເທບ ອັດທະ​ໄກ​ວາທີ ມີ​ອາຍຸ​ການ​ປະຕິບັດງານ​ເປ​ັນ​ເວລາ 3 ປີ.

ຂ່າວ/ບົດ​ອື່ນ