ອາຊຽນແມ່ນພື້ນຖານໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ

ອາຊຽນແມ່ນພື້ນຖານໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid
ພາບ: internet


(vovworld)-  ​ໃນ​ບົດ​ຂຽນ​ອອກ​​ໃນ​ຫນ້າ​ເວັບ India Write Network ລົງ​ວັນ​ທີ 8/7, ທ່ານ Rajiv Bhatia ຜູ້ອຳນວຍການ​ໃຫຍ່​ສະພາ​ອິນ​ເດຍ ຮັບຜິດຊອບ​ບັນຫາ​ໂລກ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ພົວພັນ ລະຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ ພວມ​ໃນ​ທ່າ​ກ້າວ​ຂຶ້ນ. ທີ່​ກອງ​ປະຊຸມ​ສຳ​ຄັນ​ຄັ້ງ​ຕ່າງໆ​ຈັດ​ຂຶ້ນ​ຢູ່ ບຣູ​ໄນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid ​ແລະ ບັນດາ​ຄູ່​ຕຳ​ແຫນ່​ງ ອາ​ຊຽນ ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ຕາມ​ບົດ​ຂຽນ​ດັ່ງກ່າວ​ແລ້ວ, ຈຸດ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ ວົງ​ເງິນ​ການ​ຄ້າ ລະຫວ່າງ ອິນ​ເດຍ - ອາ​ຊຽນ ​ໄດ້​ເພີ່ມ​ຂຶ້ນ 10 ​ເທົ່າ​ໃນ​ຮອບ 10 ປີ ນັບ​ແຕ່​ປີ 2002, ບັນລຸ 80 ຕື້ USD ​ໃນ​ປີ 2012. ອິນ​ເດຍ ສືບ​ຕໍ່ ສ້າງ​ປະຊາ​ຄົມ​ອາ​ຊຽນດ້ວຍ​ຈຸດໝາຍ​ຊ່ວຍ ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ​ຢ່າງ​ແຂງ​ແຮງ​ກວ່າ​ໃນ​ທ້າຍ​ປີ 2015.

 

ຂ່າວ/ບົດ​ອື່ນ