ອາທິດເຮັດວຽກທີ 2, ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV: ຖ່າຍທອດສົດບັນດາເນື້ອໃນສຳຄັນ

(VOVWORLD) - ເປັນໜ້າສົນໃຈແມ່ນ, ໃນວັນທີ 2 ພະຈິກ, ສະພາແຫ່ງຊາດ ຈະປຶກສາຫາລືບົດລາຍງານຕີລາຄາກາງອາຍຸການ ການປະຕິບັດແຜນການລົງທຶນຂອງລັດ ໄລຍະ 2021 – 2025
ອາທິດເຮັດວຽກທີ 2, ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV: ຖ່າຍທອດສົດບັນດາເນື້ອໃນສຳຄັນ - ảnh 1ພາບປະກອບ

ໃນອາທິດເຮັດວຽກທີສອງຂອງກອງປະຊຸມສະໄໝສາມັນເທື່ອທີ 6 (ແຕ່ວັນທີ 30 ຕຸລາ - ວັນທີ 3 ພະຈິກ), ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະປຶກສາຫາລືຫຼາຍບັນຫາສຳຄັນໃນໂຄງ ການດຳເນີນງານ. ໃນນັ້ນມີ: ການຜັນຂະຫຍາຍປະຕິບັດບັນດາ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍໂຄງການຈຸດສຸມແຫ່ງຊາດກ່ຽວ ກັບການສ້າງຊົນນະບົດໃໝ່ ໄລຍະ 2021 – 2025, ຫລຸດຜ່ອນ ຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025, ພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດ ພູດອຍ ໄລຍະ 2021 – 2030; ຕີລາຄາໝາກຜົນແຫ່ງການປະຕິ ບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2023; ຄາດຄະເນ ແຜນການພັດທະນາເສດຖະກິດ - ສັງຄົມປີ 2024...

ເປັນໜ້າສົນໃຈແມ່ນ, ໃນວັນທີ 2 ພະຈິກ, ສະພາແຫ່ງຊາດ ຈະປຶກສາຫາລືບົດລາຍງານຕີລາຄາກາງອາຍຸການ ການປະຕິບັດແຜນການລົງທຶນຂອງລັດ ໄລຍະ 2021 – 2025; ແຜນການການເງິນແຫ່ງຊາດ ແລະ ການກູ້ຢຶມ, ຈ່າຍໜີ້ສາທາລະນະ 5 ປີ ໄລຍະ 2021 – 2025; ສະພາບການປະຕິບັດ ງົບປະມານແຫ່ງລັດປີ 2023, ແຜນງົບປະມານຂອງລັດ, ວິທີການຈັດແບ່ງງົບປະມານສູນກາງ ປີ 2024. ບັນດາເນື້ອໃນນີ້ຈະໄດ້ຖ່າຍທອດສົດທາງວິທະຍຸ ແລະ ໂທລະພາບ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕິດຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ