ອາບການິດສະຖານ ສືບຕໍ່ຄັດຄ້ານເລື່ອງທະຫານ ອາເມລິກາ ຈູດຄຳພີໂກຣານ

ອາບການິດສະຖານ ສືບຕໍ່ຄັດຄ້ານເລື່ອງທະຫານ ອາເມລິກາ ຈູດຄຳພີໂກຣານ - ảnh 1
ເມື່ອບັນດາ​ຜູ້​ແຫ່ຂະ​ບວນປະທ້ວງ​​ຄັດຄ້ານ​ເລື່ອງ​ຈູດຄຳ​ພີໂກຣານ
( ພາບຈາກ AP )


( vovworld ) - ວັນ​ທີ 26/2, ມີ​ທະຫານ​ອາ​ເມ​ລິ​ກາ 7 ຄົນ​ຖືກ​ບາດ​​ເຈັບ​ເມື່ອບັນດາ​ຜູ້​ແຫ່ຂະ​ບວນປະທ້ວງ​​ຄັດຄ້ານ​ເລື່ອງ​ຈູດຄຳ​ພີໂກຣານ ​ໄດ້​ແກ່ວ​ງລະ​ເບີດມື​ເຂົ້າ​ໃສ່​ຖານ​ທີ່​ໝັ້ນ​ການທະຫານ​ຂອງ​ອາ​ເມ​ລິ​ກາ ​ຢູ່​ເທດສະບານ​ເມືອງ Imam Sahib ຂື້ນ​ກັບ​​ແຂວງ Kunduz, ທາງ​ທິດ​ເໜືອ​ອາບກາ​ນິດສະຖານ. ມີ​ປະມານ 2.000 ຄົນ​ຢູ່ເທດສະບານ​ເມືອງ Imam Sahib ​ໄດ້​ແຫ່​ຂະ​ບວນປະ​ທ້ວງຄັດຄ້ານ​ເລື່ອງ​ທະຫານ​ອາ​ເມລິກາ ຈູດຄຳ​ພີໂກຣານ. ຍອດຈຳນວນ​ຜູ້​ຖືກ​ເສຍ​ຊີວິດ​ຢູ່​ອາບ​ກາ​ນິດ​ສະຖານ ໃນ​ເວລາ 6 ວັນທີ່​ເກີດ​ຄວາມ​ວຸ້ນວາຍຍ້ອນ​ເລື່ອງ​ຈູດຄຳ​ພີໂກຣານ ຢູ່​ຖານ​ທີ່ໝັ້ນກອງທັບ​ອາກາດ Bagram, ​​ໄດ້​ຂື້ນ​ເຖິງ 30 ຄົນ. NATO ​ໄດ້​ຖອນ​ພະນັກງານທັງ​ໝົດ​ຂອງ​ກຳລັງ​ນີ້​ອອກ​ຈາກ​ບັນດາ​ອົງການ​ຂັ້ນ​ກະຊວງ​ຂອງ​ອາບ​ກາ​ນິດ​ສະຖານ ພາຍຫຼັງ​ທີ່ເກີດ​ການ​ສັງຫານ​ຜູ້​ທີ່​ປຶກສາ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ ສອງຄົນຢູ່​ກະຊວງ​ພາຍ​ໃນ​ອາບກາ​ນິດ​ສະຖານ.

ຂ່າວ/ບົດ​ອື່ນ