ອາ​ເມ​ລິ​ກາ ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃສ່ ລັດ​ເຊຍ

(VOVWORLD) -ໂດຍບໍ່ຫົວຊາຕໍ່ເລື່ອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ສະເໜີກ່ຽວກັບການພົບປະສອງຝ່າຍ ກັບຄູ່ຮ່ວມຕຳແໜ່ງ ລັດເຊຍ Vladimir Putin, ວັນທີ 15 ເມສາ, ອາເມລິກາ ໄດ້ປະກາດບັນດາຄຳສັ່ງລົງໂທດດ້ານເສດຖະກິດ ເລັ່ງໃສ່ລັດເຊຍ ແລະ ເນລະເທດ ພະນັກງານທາງການທູດ 10 ຄົນຂອງປະເທດນີ້.
ອາ​ເມ​ລິ​ກາ ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃສ່ ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

ສາຍເຫດທີ່ໄດ້ຍົກອອກມານັ້ນ ແມ່ນເພື່ອໂຕ້ຕອບບັນດາການກະທຳເຊິ່ງ ວໍຊິງຕັນ ກ່າວຫາວ່າ ລັດເຊຍ ໄດ້ແຊກແຊງເຂົ້າການເລືອກຕັ້ງຂອງ ອາເມລິກາ ແລະ ບຸກໂຈມຕີເຄືອຂ່າວອິນເຕີນແນັດດ້ວຍຂອບຂະໜາດໃໝ່. ທຳນຽບຂາວໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ ໄດ້ອອກຄຳສັ່ງເປີດກ້ວາງ ມີບັນດາມາດຕະການຈຳກັດ ການພົວພັນແລກປ່ຽນ ລະຫວ່າງ ທະນາຄານ ອາເມລິກາ ກັບ ລັດຖະບານ ລັດເຊຍ, ເນລະເທດ ນັກການທູດລັດເຊຍ 10 ຄົນ ແລະ ລົງໂທດ 32 ຄົນ ດ້ວຍຄຳກ່າວຫາທີ່ວ່າ ໄດ້ຊອກຫາວິທີການແຊກແຊງເຂົ້າເພື່ອເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2020. ກ່ອນໜ້ານັ້ນ, ສະຫະພາບ ເອີລົບ (EU), ອັງກິດ, ອົດສະຕາລີ ແລະ ການາດາ ໄດ້ຈັດວາງຄຳສັ່ງລົງໂທດໃສ່ລັດເຊຍ ຍ້ອນບັນຫາທີ່ຄ້າຍຄືກັນ. ອົງການສົນທິສັນຍາອັດລັງຕິດເໜືອ (NATO) ໄດ້ຖະແຫຼງສະໜັບສະໜູນ ຂໍ້ຕົກລົງໃໝ່ນີ້ຂອງ ອາເມລິກາ.

ໃນການປະຕິກິລິຍາຫຼ້າສຸດ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຖະແຫຼງວ່າ ປະເທດນີ້ ຈະມີການກະທຳໂຕ້ຕອບບັນດາຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ. ກະຊວງນີ້ ໄດ້ຮຽກໂຮມທ່ານ John Sullivan ເອກອັກຄະລັດຖະທູດ ອາເມລິກາ ມາເພື່ອຄັດຄ້ານ. ທ່ານ Dmitry Peskov ໂຄສົກວັງ Kremlin ກໍ່ໄດ້ຖະແຫຼງວ່າ ລັດເຊຍຖືວ່າ ທຸກຄຳສັ່ງລົງໂທດຂອງ ອາເມລິກາ ລ້ວນແຕ່ຜິດກົດໝາຍ ແລະ ຈະຖືກໂຕ້ຕອງຢ່າງເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ