ອາເມລິກາ, ຈີນ ກຳນົດເວລາດຳເນີນການເຈລະຈາດ້ານການຄ້າ

(VOVWORLD) -ຮອບເຈລະຈາດ້ານການຄ້າຄັ້ງຕໍ່ໄປລະຫວ່າງອາເມລິກາ ແລະ ຈີນ ຄາດວ່າຈະດຳເນີນໃນອາທິດທີ 2 ຂອງເດືອນຕຸລາ

ອາເມລິກາ, ຈີນ ກຳນົດເວລາດຳເນີນການເຈລະຈາດ້ານການຄ້າ - ảnh 1 ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ທ່ານ Larry Kudlow

(ພາບ:  AFP/TTXVN)

ວັນທີ 27 ກັນຍາ, ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ທ່ານ Larry Kudlow ໃຫ້ຮູ້ວ່າ, ຮອບເຈລະຈາດ້ານການຄ້າຄັ້ງຕໍ່ໄປລະຫວ່າງອາເມລິກາ ແລະ ຈີນ ຄາດວ່າຈະດຳເນີນໃນອາທິດທີ 2 ຂອງເດືອນຕຸລາ, ກ່ອນຈຸດເວລາທີ່ອາເມລິກາ ຄາດວ່າຈະຂຶ້ນອັດຕາພາສີສຳລັບສິນຄ້າທີ່ນຳເຂົ້າຈາກຈີນ.

        ກ່ຽວຂ້ອງເຖິງການຂັດແຍ້ງດ້ານການຄ້າລະຫວ່າງອາເມລິກາ - ຈີນ, ມີແຫຼ່ງຂ່າວຕ່າງໆໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ອຳນາດການປົກຄອງອາເມລິກາ ພວມປຶກສາຫາລືບັນດາມາດຕະການເພື່ອຈຳກັດບັນດາກະແສເງິນລົງທຶນເຂົ້າບັນດາໂຄງການຂອງອາເມລິກາ ຢູ່ຈີນ, ເຊິ່ງເປັນການກະທຳອາດຈະສົ່ງຜົນກະທົບເຖິງແຫຼ່ງເງິນລົງທຶນໃສ່ບັນດາໂຄງການໃຫຍ່ທີ່ມີມູນຄ່ານັບຕື້ USD, ເຮັດໃຫ້ສົງຄາມການຄ້າລະຫວ່າງ 2 ປະເທດສືບຕໍ່ປີນຂັ້ນໄດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ