ອາເມລິກາ ຊົມເຊີຍ ສານ ECCC ອອກຄຳຕັດສິນກ່ຽວກັບໂທດກຳດັບສູນເຊື້ອຊາດຂອງພວກຂະແມແດງ

(VOVWORLD) - ວັນທີ 17 ພະຈິກ, ອາເມລິກາ ໄດ້ຊົມເຊີຍເລື່ອງສານພິເສດຢູ່ສານ ກຳປູເຈຍ (ECCC) ຖະແຫຼງວ່າ ອຳນາດການປົກຄອງຂະແມແດງໄດ້ມີການກະທຳດັບສູນເຊື້ອຊາດ,
ອາເມລິກາ ຊົມເຊີຍ ສານ ECCC ອອກຄຳຕັດສິນກ່ຽວກັບໂທດກຳດັບສູນເຊື້ອຊາດຂອງພວກຂະແມແດງ - ảnh 1ອະດີດການນຳຂະແມແດງ Nuon Chea (ຊາຍ) ແລະ Khieu Samphan (ຂວາ) ພາບ: AFP/TTXVN

ພ້ອມທັງ ຢືນຢັນວ່າ ຄຳຕັດສິນນີ້ ແມ່ນຄຳກ່າວເຕືອນສຳລັບຜູ້ທີ່ມີການກະທຳອັນໂຫດຫ້ຽມ.

       ກ່ອນໜ້ານັ້ນ, ໃນວັນທີ 16 ພະຈິກ, ECCC ໄດ້ຕັດສິນລົງໂທດຈຳຄຸກຕະຫລອດຊີວິດສຳລັບ Khieu Samphan ແລະ Nuon Chea ອະດີດການນຳຂະແມແດງ ຍ້ອນມີການກະທຳດັບສູນເຊື້ອຊາດ. ECCC ແມ່ນສານພິເສດຢູ່ ກຳປູເຈຍ ໂດຍສະຫະປະຊາຊາດ ແລະ ລັດຖະບານ ກຳປູເຈຍ ສ້າງຕັ້ງແຕ່ປີ 2006, ແນໃສ່ພິພາກສາການກະທຳໂຫດຫ້ຽມຂອງບັນດາການນຳຂະແມແດງກໍ່ຂຶ້ນໃນສະໄໝດັບສູນເຊື້ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ