ອາເມລິກາ ຍັງຄົງເຊື່ອໝັ້ນຕໍ່ຄວາມສາມາດຟື້ນຟູຂໍ້ຕົກລົງນິວເຄຼຍກັບ ອີຣານ

(VOVWORLD) -ບັນດາການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ຊື່ງໄດ້ລົງນາມໃນປີ 2015 ກັບ ອີຣານ ຈະໄດ້ເຊື່ອມຕໍ່ໃນຊຸມມື້ຈະມາເຖິງ.
ອາເມລິກາ ຍັງຄົງເຊື່ອໝັ້ນຕໍ່ຄວາມສາມາດຟື້ນຟູຂໍ້ຕົກລົງນິວເຄຼຍກັບ ອີຣານ  - ảnh 1ທ່ານ John Kirby, ຜູ້ປະສານງານຕິດຕໍ່ພົວພັນຍຸດທະສາດ ກ່າວຄຳເຫັນທີ່ການຖະແຫລງຂ່າວ ຢູ່ ວໍຊິງຕັນ. ພາບ: AFP/TTXVN

ວັນທີ 25 ມິຖຸນາ, ທ່ານ John Kirby, ຜູ້ປະສານງານຕິດຕໍ່ພົວພັນຍຸດທະສາດ ຂຶ້ນກັບ ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໄດ້ເນັ້ນຫນັກວ່າ ວໍຊິງຕັນ ຍັງຄົງເຊື່ອໝັ້ນກ່ຽວກັບຄວາມສາມາດຟື້ນຟູຂໍ້ຕົກລົງນິວເຄຼຍ ກັບອີຣານ. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Kirby ຊີ້ແຈ້ງວ່າ ອາເມລິກາ ເຊື່ອໝັ້ນຕໍ່ເລື່ອງຟື້ນຟູແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA)", ພ້ອມທັງຢັ້ງຢືນ ວໍຊິງຕັນ ຍາມໃດກໍ່ເຊີດຊູຄວາມສຳຄັນຂອງຂໍ້ຕົກລົງນິວເຄຼຍ ປະຫວັດສາດນີ້.

ຄຳຖະແຫລງດັ່ງກ່າວໄດ້ຍົກອອກມາ ໃນສະພາບທີ່ທ່ານ Josep Borrell  ຜູ້ຕາງຫນ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງ ອີຢູ ໃຫ້ຮູ້ວ່າ ບັນດາການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ຊື່ງໄດ້ລົງນາມໃນປີ 2015 ກັບ ອີຣານ ຈະໄດ້ເຊື່ອມຕໍ່ໃນຊຸມມື້ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ