ອາເມລິກາ ຍັງຊັ່ງຊາກໍລະນີດຳເນີນການເຈລະຈາກັບ ສປປ.ເກົາຫຼີ

(VOVWORLD) -ການກະທຳດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີການນຳ ສປປ.ເກົາຫຼີ Kim Jong un ຖະແຫຼງວ່າ ພຽງຢາງ ຮູ້ສຶກວ່າບໍ່ຕ້ອງການເຈລະຈາກັບ ວໍຊິງຕັນ ຫຼື ເຊີອຸນ.
ອາເມລິກາ ຍັງຊັ່ງຊາກໍລະນີດຳເນີນການເຈລະຈາກັບ ສປປ.ເກົາຫຼີ - ảnh 1ທ່ານ John Kirby ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ (NSC)
(ພາບ: Reuters)

        ວັນທີ 10 ຕຸລາ, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ (NSC) ໃຫ້ຮູ້ວ່າ, ວໍຊິງຕັນ ສືບຕໍ່ຊັ່ງຊາກໍລະນີດຳເນີນການເຈລະຈາກັບ ສປປ.ເກົາຫຼີ ໂດຍປາສະຈາກເງື່ອນໄຂໃດທັງໝົດ. ການກະທຳດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີການນຳ ສປປ.ເກົາຫຼີ Kim Jong un ຖະແຫຼງວ່າ ພຽງຢາງ ຮູ້ສຶກວ່າບໍ່ຕ້ອງການເຈລະຈາກັບ ວໍຊິງຕັນ ຫຼື ເຊີອຸນ.

        ຜູ້ປະສານງານກ່ຽວກັບການສື່ສານຍຸດທະສາດຂອງ NSC ທ່ານ John Kirby ຢືນຢັນວ່າ ຍັງມີເສັ້ນທາງການທູດເພື່ອບັນລຸໄດ້ເປົ້າໝາຍປອດນິວເຄຼຍຢ່າງສົມບູນ, ອາດສາມາດຢັ້ງຢືນໄດ້ຢູ່ ສປປ.ເກົາຫຼີ. ທ່ານກໍ່ໃຫ້ຮູ້ວ່າ, ປະຈຸບັນ ອາເມລິກາ ພວມຮັກສາການສຸມໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ 3 ຝ່າຍກັບ ສ.ເກົາຫຼີ ແລະ ຍີ່ປຸ່ນ ໃນສະພາບການເຈລະຈາກັບ ສປປ.ເກົາຫຼີ ຖືກແກ່ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ