ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ ແລກປ່ຽນກ່ຽວກັບສະພາບການໃນແຫຼມ ເກົາຫຼີ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ Park Jin ໄດ້ສະແດງຄວາມຫວັງກ່ຽວກັບການຮ່ວມມື 3 ຝ່າຍຈະປະກອບສ່ວນຮັກສາສະຖຽນລະພາບໃນແຫຼມ ເກົາຫຼີ.
ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ ແລກປ່ຽນກ່ຽວກັບສະພາບການໃນແຫຼມ ເກົາຫຼີ - ảnh 1ເຈົ້າໜ້າທີ່ການທູດ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ
(ພາບ:Yonhap/TTXVN)

ວັນທີ 14 ກໍລະກົດ, ບັນດານັກການທູດແຖວໜ້າຂອງ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ ໄດ້ພົບປະຢູ່ນອກກອງປະຊຸມ AMM – 56 ແລະ ບັນດາກອງປະຊຸມກ່ຽວຂ້ອງພວມຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ.

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Yoshimasa Hayashi, ທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ Park Jin ໄດ້ສະແດງຄວາມຫວັງກ່ຽວກັບການຮ່ວມມື 3 ຝ່າຍຈະປະກອບສ່ວນຮັກສາສະຖຽນລະພາບໃນແຫຼມ ເກົາຫຼີ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ສະແດງຄວາມວິຕົກວັງວົນກ່ຽວກັບການເຄື່ອນໄຫວຍິງລູກສອນໄຟຂອງ ສປປ ເກົາຫຼີ ຈະສົ່ງຜົນສະທ້ອນເຖິງສະພາບການໃນແຫຼມ ເກົາຫຼີ.

        ການພົບປະລະຫວ່າງບັນດາເຈົ້າໜ້າທີ່ການທູດ ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ ໄດ້ດຳເນີນພາຍຫຼັງທີ່ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຂ້າມທະວີບ (ICBM) Hwasong – 18 ໃນເຂດທະເລທາງທິດຕາເວັນອອກຂອງປະເທດນີ້ໃນວັນທີ 12 ກໍລະກົດ. ກ່ອນໜ້ານັ້ນ, ພຽງຢາງ ກ່າວຫາເຮືອບິນສອບແນມ ອາເມລິກາ ໄດ້ລວງລ້ຳເຂດນ່ານຟ້າ, ເຂດເສດຖະກິດຂອງ ສປປ ເກົາຫຼີ. ສປປ ເກົາຫຼີ ກໍ່ຕຳໜິຕິຕຽນການຢ້ຽມຢາມຫວ່າງແລ້ວນີ້ຂອງກ່ຳປັ່ນດຳນ້ຳປະກອບລູກສອນໄຟນຳວິຖີແລ່ນດ້ວຍພະລັງງານນິວເຄຼຍຂອງ ອາເມລິກາ ໄປຍັງ ສ ເກົາຫຼີ ແລະ ໄດ້ຖະແຫຼງຈະມີການກະທຳໂຕ້ຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ