ອ​າ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ດ້ານຄວາມ​ໝັ້ນ​ຄົງ​​ທີ່ສຳ​ຄັນ​ຢູ່ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ຈະ​ມາ​ເຖິງ

(VOVWORLD) - ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນປະທານ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຈະດຳເນີນຢູ່ ຄ້າຍ David (ອາເມລິກາ).
ອ​າ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ດ້ານຄວາມ​ໝັ້ນ​ຄົງ​​ທີ່ສຳ​ຄັນ​ຢູ່ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ຈະ​ມາ​ເຖິງ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ເບື້ອງຊ້າຍ), ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida (ຢູ່ທາງກາງ) ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol (ເບື້ອງຂວາ) ໃນການພົບປະຢູ່ນອກກອງປະຊຸມສຸດຍອດ G7  (ພາບ: AFP/TTXVN)

 

ວັນທີ 18 ສິງຫາ ຈະມາເຖິງ, ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນປະທານ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຈະດຳເນີນຢູ່ ຄ້າຍ David (ອາເມລິກາ).

        ຜ່ານກອງປະຊຸມຄັ້ງນີ້, ບັນດາຝ່າຍຈະສ້າງກອບກົນໄກສຳຄັນໃນອະນາຄົດກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງ 3 ຝ່າຍ, ມຸ່ງໄປເຖິງການຫັນກອບກົນໄກຮ່ວມມືນີ້ໃຫ້ເປັນລະອຽດ. ບັນດາການນຳກໍຈະປຶກສາຫາລືກ່ຽວກັບວິໄສທັດລວມ ແລະ ບັນດາຫຼັກການພື້ນຖານໃນການຮ່ວມມື 3 ຝ່າຍ, ກໍຄືການສ້າງບັນດາກົນໄກຮ່ວມມືຮອບດ້ານ ແລະ ນາໆຊັ້ນໃນຫຼາຍຂົງເຂດທີ່ແຕກຕ່າງກັນ ແລະ ໃນທຸກລະດັບ.

        ໄປຄຽງຄູ່ກັນນັ້ນ,  ການນຳ 3 ປະເທດ ສ.ເກົາຫຼີ - ອາເມລິກາ - ຍີ່ປຸ່ນ ກໍຍັງຈະປຶກສາຫາລືກ່ຽວກັບມາດຕະການຕ່າງໆ ເພື່ອຮ່ວມມືຊຸກຍູ້ຄວາມວັດທະນາຖາວອນ ແລະ ພັດທະນາອະນາຄົດຂອງພາກພື້ນ, ໃນນັ້ນ ມີບັນດາສິ່ງທ້າທາຍຮ່ວມມືກ່ຽວກັບອຸດສາຫະກຳທັນສະໄໝ ແລະ ປັບປຸງການພົວພັນຄູ່ຮ່ວມມືເພື່ອຮັບມືກັບບັນດາບັນຫາຄວາມໝັ້ນຄົງດ້ານເສດຖະກິດຄື ຄວາມສ່ຽງທີ່ກ່ຽວຂ້ອງເຖິງລະບົບສະໜອງ ແລະ ພະລັງງານ.


ຕອບກັບ

ຂ່າວ/ບົດ​ອື່ນ