ອາເມລິກາ ບໍ່ຈັດວາງອັດຕາພາສີຕ້ານການອຸດໜູນສຳລັບກຸ້ງຂອງຫວຽດນາມ

ອາເມລິກາ ບໍ່ຈັດວາງອັດຕາພາສີຕ້ານການອຸດໜູນສຳລັບກຸ້ງຂອງຫວຽດນາມ - ảnh 1
ພາບປະກອບ

(vovworld) – ບັນດາ​ຜະລິດ​ຕະພັນ​ກຸ້ງ​ສົ່ງ​ອອກ​ຂອງ​ຫວຽດນາມ​ຈະ​ບໍ່​ຖືກ​ຈັດ​ວາງ​ອັດຕາ​ພາສີ​ຕ້ານ​ການອຸດ​ໜູນ​ຢູ່​ອາ​ເມ​ລິ​ກາ, ຄະນະ​ກຳມະການ​ການ​ຄ້າ​ສາກົນ​ອາ​ເມ​ລິ​ກາ​ຫາ​ກໍ່​ຖະ​ແຫຼ​ງວ່າ ກຸ້ງ​ນຳ​ເຂົ້າ​ຈາກ​ຫວຽດນາມ ​ແລະ ປະ​ເທດ​ຈຳນວນ​ໜຶ່ງ​ບໍ່​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຂະ​ແໜງ​ຜະລິດ​ກຸ້ງ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ. ຕອນ​ເຊົ້າ​ວັນ​ທີ 21/9, ຄະນະ​ກຳມະການ​ການ​ຄ້າ​ສາກົນ​ອາ​ເມ​ລິ​ກາ​ໄດ້​ອອກ​ຂໍ້​ຕົກລົງ​ສຸດ​ທ້າຍ, ​ໂດຍ​ຢືນຢັນ​ວ່າ ກຸ້ງ​ນຳ​ເຂົ້າ​ຈາກ ຫວຽດນາມ ​ແລະ 4 ປະ​ເທດ​ອື່ນ ​ເຖິງ​ວ່າ​ລັດຖະບານ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ​ຈະ​ໃຫ້ການ​ໜູນ​ຊ່ວຍ​ຫຼື​ບໍ່​ ກໍ່​ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດຖຸ​ສຳລັບ​ຂະ​ແໜງ​ອຸດສາຫະກຳ​ກຸ້ງ​ຂອງ​ອາ​ເມ​ລິ​ກາ. ຕາມ​ຂໍ້​ຕົກລົງ​ດັ່ງກ່າວ, ຫວຽດນາມ, ຈີນ, ມາ​ເລ​ເຊຍ, ອິນ​ເດຍ ​ແລະ ​ເອກູອາ​ດໍ ຈະ​ບໍ່​ຖືກ​ຈັດ​ວາງ​ອັດຕາ​ພາສີ​ຕ້ານ​ການ​ອຸດ​ໜູນ ​ເຊິ່ງກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ຈັດ​ວາງ​ເມື່ອ​ເດືອນ 8 ຜ່ານ​ມາ. ຂໍ້​ຕົກລົງ​ດັ່ງກ່າວ​ອີກ​​ເທື່ອ​ໜຶ່ງ​ໄດ້​ຢືນຢັນ​ວ່າ ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດນາມ ​ໄດ້, ພວມ ​ແລະ ຈະ ​ເຄື່ອນ​ໄຫວ​ຢ່າງ​ຖືກຕ້ອງ​ຕາມ​ກົດ​ເກັນ​ຂອງ​ເສດຖະກິດ​ການ​ຕະຫຼາດ.ດັ່ງ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ປະພຶດ​ຢ່າງ​ພາວະ​ວິ​ໄສ, ຍຸຕິ​ທຳ, ​ເໝາະ​ສົມ​ກັບ​ຈິດ​ໃຈ​ການ​ຄ້າ​ເສລີ, ສະ​ເໝີ​ພາບ​ຄື​ດັ່ງ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ​ທີ່​ພວມ​ພັດທະນາ​ຢ່າງ​ດີງາມ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ