ອາ​ເມ​ລິ​ກາ ປະ​ກາດ​ຍຸດ​ທະ​ສາດ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) - ວໍຊິງຕັນ ຈະປັບປຸງຄວາມສາມາດຂົ່ມຂູ່ຕໍ່ການກະທຳເກາະຜິດທາງການທະຫານແນໃສ່ ອາເມລິກາ ກໍຄືບັນດາພັນທະມິດ ແລະ ຄູ່ຮ່ວມມືຂອງປະເທດນີ້ໃນພາກພື້ນ. ອາເມລິກາ ຈະເພີ່ມທະວີການຮ່ວມມືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອື່ນ.
ອາ​ເມ​ລິ​ກາ ປະ​ກາດ​ຍຸດ​ທະ​ສາດ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ - ảnh 1ທ່ານປະທານາທິບໍດີ Joe Biden  (ພາບ: TTXVN)

ວັນທີ 11 ກຸມພາ (ຕາມເວລາ ອາເມລິກາ), ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ປະກາດ ຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ໃນຍຸດທະສາດ, ອຳນາດການປົກຄອງຂອງປະທານາທິບໍດີ Joe Biden ໃຫ້ຄຳໝັ້ນສັນຍາ ເພີ່ມທະວີບົດບາດຂອງ ອາເມລິກາ ເພື່ອແນໃສ່ຊຸກຍູ້ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ໃນຂົງເຂດຕ່າງໆ ນັບແຕ່ຄວາມໝັ້ນຄົງ ຕະຫຼອດຮອດເສດຖະກິດ. ໃນບັນດາການເຄື່ອນໄຫວ ຄາດຄະເນວ່າຈະດຳເນີນໃນ 1 – 2 ປີຈະມາເຖິງ, ອຳນາດການປົກຄອງຂອງປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ວໍຊິງຕັນ ຈະປັບປຸງຄວາມສາມາດຂົ່ມຂູ່ຕໍ່ການກະທຳເກາະຜິດທາງການທະຫານແນໃສ່ ອາເມລິກາ ກໍຄືບັນດາພັນທະມິດ ແລະ ຄູ່ຮ່ວມມືຂອງປະເທດນີ້ໃນພາກພື້ນ. ອາເມລິກາ ຈະເພີ່ມທະວີການຮ່ວມມືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອື່ນ.

        ການປະກາດ ຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອຳນາດການປົກຄອງຂອງປະທານາທິບໍດີ Joe Biden ໄດ້ຖືວ່າ ແມ່ນພາກສ່ວນໜຶ່ງໃນຄວາມມານະພະຍາຍາມຂອງປະທານາທິບໍດີ Joe Biden ເພື່ອແນໃສ່ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນນີ້. ຍຸດທະສາດກໍມີຕອນຊີ້ແຈ້ງວ່າ: “ພາຍໃຕ້ສະໄໝປະທານາທິບໍດີ Joe Biden, ອາເມລິກາ ຈະເອົາໃຈໃສ່ຕໍ່ທຸກພາກພື້ນຢູ່ມະຫາສະໝຸດອິນເດຍ-ປາຊີຟິກ, ນັບແຕ່ອາຊີຕາເວັນອອກສ່ຽງເໜືອຈົນຮອດອາຊີຕາເວັນອອກສ່ຽງໃຕ້, ແຕ່ອາຊີໃຕ້ ຈົນຮອດທະວີບໂອເຊອານີ, ລວມມີ ບັນດາເກາະດອນຢູ່ມະຫາສະໝຸດປາຊີຟິກ.


ຕອບກັບ

ຂ່າວ/ບົດ​ອື່ນ