ອາເມລິກາ ປາດຖະໜາຢາກສືບຕໍ່ຍູ້ແຮງການຮ່ວມມືກັບ ຫວຽດນາມ

(VOVWORLD) -ທ່ານ Derek Choleet ໃຫ້ຮູ້ວ່າ, ທີ່ການພົບປະກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ຫວຽດນາມ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ - ອາເມລິກາ ໃນຂົງເຂດເສດຖະກິດ, ການຄ້າ

“ອາເມລິກາ ຢ່າກສືບຕໍ່ຍູ້ແຮງການຮ່ວມມືກັບ ຫວຽດນາມ, ກວ້າງກວ່າແມ່ນກັບບັນດາປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມມືອື່ນ, ເພື່ອພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ”. ນີ້ແມ່ນຄຳຢືນຢັນຂອງທ່ານ Derek Choleet, ທີ່ປຶກສາກະຊວງການຕ່າງປະເທດ ອາເມລິກາ, ໃນການພົບປະກັບສື່ມວນຊົນ ໃນຕອນຄ່ຳວັນທີ 01 ເມສາ ຢູ່ຮ່າໂນ້ຍ. ທ່ານ Derek Choleet ໃຫ້ຮູ້ວ່າ, ທີ່ການພົບປະກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ຫວຽດນາມ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ - ອາເມລິກາ ໃນຂົງເຂດເສດຖະກິດ, ການຄ້າ, ການປ້ອງກັນຊາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນຕ້ານໂລກລະບາດໂຄວິດ-19…

        ທ່ານ Derek Choleet ກໍ່ໃຫ້ຮູ້ວ່າ, ວໍຊິງຕັນ ຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມືເພື່ອຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ; ສືບຕໍ່ຊຸກຍູ້ການຮ່ວມມືເພື່ອພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ