ອາເມລິກາ ມີຄວາມຫວັງ ຕໍ່ການເຈລະຈາດ້ານການຄ້າຄັ້ງຕ່າງໆທີ່ຈະມາເຖິງກັບ ຈີນ

(VOVWORLD) -ບັນດາບັນຫາກ່ຽວກັບເງິນຕາ ຈະໄດ້ຍົກອອກມາປຶກສາຫາລືໃນໂຄງການດໍາເນີນງານລະຫວ່າງສອງຝ່າຍ
ອາເມລິກາ ມີຄວາມຫວັງ ຕໍ່ການເຈລະຈາດ້ານການຄ້າຄັ້ງຕ່າງໆທີ່ຈະມາເຖິງກັບ ຈີນ - ảnh 1ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ  Steven Mnuchin ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ຢູ່ ວໍຂິງຕັນ (ພາບ: AFP/TTXVN)

ວັນທີ 24 ມັງກອນ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ  Steven Mnuchin Steven Mnuchin ຖືວ່າ ອາເມລິກາ ແລະ ຈີນ ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາການຄ້າ. ກ່າວຄໍາເຫັນຕໍ່ວົງການນັກຂ່າວ ເນື່ອງໃນໂອກາດຈັດຕັ້ງກອງປະຊຸມບັນດາເຈົ້າຄອງລະຄອນ ຢູ່ ອາເມລິກາ, ທ່ານ Mnuchin ຢັ້ງຢືນວ່າ ທ່ານພວມລໍຄອຍການປຶກສາຫາລືກັບ ທ່ານຮອງນາຍົກລັດຖະມົນຕີ ຈີນ ລື໊ວເຄືອ ຄາດວ່າຈະດໍາເນີນໃນອາທິດຈະມາເຖິງ. ນອກຈາກນັ້ນ, ທ່ານ Mnuchin ກໍໃຫ້ຮູ້ວ່າ ບັນດາບັນຫາກ່ຽວກັບເງິນຕາ ຈະໄດ້ຍົກອອກມາປຶກສາຫາລືໃນໂຄງການດໍາເນີນງານລະຫວ່າງສອງຝ່າຍ. ທ່ານເນັ້ນໜັ້ກວ່າ ເງິນຕາ ແມ່ນສ່ວນໜຶ່ງຂອງບັນດາການປຶກສາຫາລື ແລະ ແມ່ນໜຶ່ງໃນບັນດາບັນຫາສໍາຄັນ. ໃນຂະນະນັ້ນ, ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດ ຂອງທໍານຽບຂາວ ຖະແຫຼງວ່າ ການເຈລະຈາດ້ານການຄ້າຄັ້ງຕ່າງໆ ທີ່ຈະດໍາເນີນໃນໄລຍະຈະມາເຖິງລະຫວ່າງ ອາເມລິກາ ແລະ ຈີນ ຈະຕັດສິນວ່າ ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ສາມາດລົງນາມໃນຂໍ້ຕົກລົງການຄ້າ ໄດ້ ຫຼື ບໍ?

 

ຕອບກັບ

ຂ່າວ/ບົດ​ອື່ນ