ອາເມລິກາ ຢັ່ງຊັ່ງຊາເລືອກເຟັ້ນດ້ານການທະຫານກັບ ອີຣານ

(VOVWORLD) - ວັນທີ 16 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ: ປະເທດນີ້ ພວມຊັ່ງຊາທຸກການເລືອກເຟັ້ນ ໃນສະພາບການທີ່ສາຍພົວພັນກັບ ອີຣານ ພວມເຄັ່ງຕຶງຂຶ້ນ, ໃນນັ້ນ ມີທັງບັນດາການເລືອກເຟັ້ນດ້ານການທະຫານ.

ເມື່ອຕອບສຳພາດໃນລາຍການ Face the Nation ຂອງຊ່ອງໂທລະພາບ CBS, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໃຫ້ຮູ້ວ່າ: ອາເມລິກາ ພວມຊັ່ງຊາທຸກການເລືອກເຟັ້ນ. ພວກຂ້າພະເຈົ້າໄດ້ລາຍງານກັບທ່ານປະທານາທິບໍດີ Donald Trump 2 – 3 ຄັ້ງແລ້ວ ແລະ ພວກຂ້າພະເຈົ້າຈະສືບຕໍ່ອັບເດັດສະພາບການໃຫ້ແກ່ປະທານາທິບໍດີ. ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຖະແຫຼງວ່າ ອາເມລິກາ ອາດຈະຜັນຂະຫຍາຍບັນດາການກະທຳ ແນໃສ່ຟື້ນຟູຄວາມອາດສາມາດນາບຂູ່, ໃນນັ້ນ ລວມມີທັງການປະຕິກິລິຍາການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ