ອາ​ເມ​ລິ​ກາ ຢັ້ງ​ຢືນ​ກຽມ​ພ້ອມ​​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ

(VOVWORLD) -ວັນທີ 9 ທັນວາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Stephen Biegun ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ  ເຊິ່ງໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ວໍຊິງຕັນກ່ຽວກັບການເຈລະຈາກັບ ພຽງຢາງ ເພື່ອເປົ້າໝາຍປອດນິວເຄຼຍ ຢ່າງສິ້ນເຊີງຢູ່ແຫຼມເກົາຫຼີ.
ອາ​ເມ​ລິ​ກາ ຢັ້ງ​ຢືນ​ກຽມ​ພ້ອມ​​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ - ảnh 1ທ່ານ Stephen Biegun ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Lee Do-hun ທູດພິເສດຂອງ ສ.ເກົາຫຼີ (ພາບ: YONHAP/TTXVN) 

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ Stephen Biegun ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຕໍ່ພັນທະພາບ ອາເມລິກາ - ສ.ເກົາຫຼີ ແລະ ຕີລາຄາສູງຕໍ່ການສົມທົບກັນຢ່າງຕໍ່ເນື່ອງຂອງ ສ.ເກົາຫຼີໃນວຽກງານຮັບມືກັບໂລກລະບາດໂຄວິດ - 19. ທ່ານ Stephen Biegun ກໍ່ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ອາເມລິກາຕໍ່ການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ສະແດງໃຫ້ເຫັນທັດສະນະວ່າ ອາເມລິກາ ພ້ອມແລ້ວ ທີ່ຈະເຂົ້າຮ່ວມ ການເຈລະຈາກັບ ສປປ.ເກົາຫຼີເພື່ອເປົ້າໝາຍປອດນິວເຄຼຍຢ່າງສິ້ນເຊີງ.

ຕອບກັບ

ຂ່າວ/ບົດ​ອື່ນ