ອາເມລິກາ ຢາກມີມາດຕະການແກ້ໄຂການປະທະກັນໃຫ້ແກ່ສອງລັດຢູ່ຕາເວັນອອກກາງ

(VOVWORLD) - ທ່ານໃຫ້ຮູ້ວ່າ: ຈະປະກາດແຜນການສັນຕິພາບນີ້ໃນລະຫວ່າງວັນທີ 2 – 4 ຕຸລາ.
ອາເມລິກາ ຢາກມີມາດຕະການແກ້ໄຂການປະທະກັນໃຫ້ແກ່ສອງລັດຢູ່ຕາເວັນອອກກາງ - ảnh 1ທ່ານ Donald Trump ກ່າວຄຳເຫັນທີ່ກອງປະຊຸມຂອງສະມັດຊາໃຫຍ່ ສປຊ

ເມື່ອກ່າວຄຳເຫັນທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໃນ ວັນທີ 26 ກັນຍາຢູ່ທີ່ສຳນັກງານສະຫະປະຊາຊາດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມປາດຖະໜາຢາກມີມາດຕະການແກ້ໄຂການປະທະກັນລະຫວ່າງສອງລັດ ອິດສະຣາແອັນ ແລະ ປາແລັດສະຕິນ, ພ້ອມທັງໃຫ້ຮູ້ວ່າຈະຍົກອອກແຜນການສັນຕິພາບຕາເວັນອອກກາງ ກ່ອນທີ່ສິ້ນສຸດອາຍຸການຂອງຕົນ. ທ່ານໃຫ້ຮູ້ວ່າ: ຈະປະກາດແຜນການສັນຕິພາບນີ້ໃນລະຫວ່າງວັນທີ 2 – 4 ຕຸລາ. ນີ້ເປັນຄັ້ງທຳອິດທີ່ທ່ານປະທານາທິບໍດີ Donald Trump ຖະແຫຼງສະໜັບສະໜູນມາດຕະການ 2 ລັດ, ຕາມນັ້ນແລ້ວ, ສ້າງຕັ້ງລັດ ປາແລັດສະຕິນ ເອກະລາດ.

        ພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ຍົກອອກຖະແຫຼງການດັ່ງກ່າວແລ້ວ, ທ່ານ Husam Zomlot ການນຳຂອງຄະນະປະຕິບັດງານຂອງອົງການປົດປ່ອຍ ປາແລັດສະຕິນ (PLO) ຢູ່ ວໍຊິງຕັນ ທີ່ຖືກ ອາເມລິກາ ຫາກໍ່ປິດປະຕູໄປນັ້ນ, ໄດ້ປະຕິເສດຖະແຫຼງການຂອງທ່ານປະທານາທິບໍດີ Donald Trump ພ້ອມທັງຖືວ່າ ບັນດານະໂຍບາຍຂອງ ທຳນຽບຂາວ ພວມທຳລາຍຄວາມຫວັງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ