ອາເມລິກາ ສືບຕໍ່ຊ່ວຍເຫລືອດ້ານການທະຫານ 400 ລ້ານ USD ໃຫ້ແກ່ ຢູແກຼນ

(VOVWORLD) -ວັນທີ 3 ມີນາ, ອາເມລິກາ ໄດ້ປະກາດບ້ວງເງິນຊ່ວຍເຫລືອດ້ານການທະຫານລວມມູນຄ່າ 400 ລ້ານ USD ໃຫ້ແກ່ ຢູແກຼນ. 
ອາເມລິກາ ສືບຕໍ່ຊ່ວຍເຫລືອດ້ານການທະຫານ 400 ລ້ານ USD ໃຫ້ແກ່ ຢູແກຼນ - ảnh 1ອາຄານແຫ່ງຫນຶ່ງຖືກພັງເພໃນການປະທະກັນຢູ່ Izyum ຂຶ້ນກັບເຂດ Kharkiv, Ukraine ເມື່ອວັນທີ 20 ກູມພາປີ 2023. ພາບ:AFP/TTXVN

ນີ້ແມ່ນບ້ວງເງິນຊ່ວຍເຫລືອຄັ້ງທີ 33 ດ້ວຍຍອດຈຳນວນເງິນຂຶ້ນເຖິງ 32 ຕື້ USD ຊື່ງ ອາເມລິກາໃຫ້ຄຳໝັ້ນສັນຍາໃຫ້ແກ່ ຢູແກຼນ ນັບແຕ່ເມື່ອການປະທະກັນການທະຫານຢູ່ປະເທດນີ້ ເລີ່ມຕົ້ນກວ່າ 1 ປີກ່ອນນີ້.

ໃນອາທິດຜ່ານມາ, ອາເມລິກາ ກໍ່ປະກາດບ້ວງເງິນຊ່ວຍເຫລືອ 2 ຕື້ USD ຕາມຂໍ້ລິເລີ່ມຫນູນຊ່ວຍໃຫ້ແກ່ຄວາມໝັ້ນຄົງ ຢູແກຼນ. ວົງການການເມືອງ ຢູແກຼນ ໄດ້ຮຽກຮ້ອງສະຫນັບສະຫນູນເຮືອບິນສູ້ຮົບ F-16 ໃຫ້ແກ່ປະເທດນີ້. ເຖິງຢ່າງໃດກໍຕາມ, ປະທານາທິບໍດີ ອາເມລິກາ Joe Biden ແລະ ການນຳບັນດາປະເທດ ຝ່າຍຕາເວັນຕົກ ມາຮອດປະຈຸບັນ ຍັງສະແດງການບໍ່ສະຫນັບສະຫນູນສິ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ