ອາເມລິກາ: ສປປ ເກົາຫຼີ ບໍ່ມີສັນຍານຢາກເຈລະຈາ

(VOVWORLD) - ວັນທີ 30 ກັນຍາ, ກະຊວງການຕ່າງປະເທດ ອາເມລິກາ ຢືນຢັນວ່າ: ເຖິງວ່າ ວໍຊິງຕັນ ປະປ່ອຍບັນດາຊ່ອງເພື່ອຕິດຕໍ່ພົວພັນກັບ ສປປ ເກົາຫຼີ ກໍ່ຕາມ ແຕ່ອຳນາດການປົກຄອງ ພຽງຢາງ ສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ເອົາໃຈໃສ່ເຖິງການເຈລະຈາປະລະອາວຸດນິວເຄຼຍ. 

ອາເມລິກາ: ສປປ ເກົາຫຼີ ບໍ່ມີສັນຍານຢາກເຈລະຈາ - ảnh 1ທ່ານນາງ Heather Nauert,  ໂຄສົກຂອງກະຊວງການຕ່າງປະເທດ ອາເມລິກາ

(ພາບ: washingtonexaminer.com)

ໃນຖະແຫຼງການໜຶ່ງ, ໂຄສົກຂອງກະຊວງດັ່ງກ່າວ, ທ່ານນາງ Heather Nauert ໄດ້ຊີ້ແຈ້ງວ່າ ວົງການເຈົ້າໜ້າທີ່ ສປປ ເກົາຫຼີ ບໍ່ມີສັນຍານໃດໆ ທີ່ສະແດງວ່າ ເຂົາເຈົ້າເອົາໃຈໃສ່ ຫຼື ກຽມພ້ອມເຈລະຈາກ່ຽວກັບເລື່ອງປອດນິວເຄຼຍ.

        ແລະກໍ່ໃນວັນທີ 30 ກັນຍາ, ສປປ ເກົາຫຼີ ໄດ້ຕຳນິຕິຕຽນລັດຖະດຳລັດຂອງ ອາເມລິກາ ກ່ຽວກັບບັນດາມາດຕະການລົງໂທດປະເທດນີ້ ພາຍຫຼັງເຫດທົດລອງນິວເຄຼຍຫຼ້າສຸດຂອງ ພຽງຢາງ, ພ້ອມທັງ ຮຽກຮ້ອງໃຫ້ ວໍຊິງຕັນ ຢຸດຕິນະໂຍບາຍເປັນປໍລະປັກຕ້ານຄືນ ພຽງຢາງ. ໂຄສົກຜູ້ໜຶ່ງຂອງກຳມາທິການສັນຕິພາບ ອາຊີ - ປາຊີຟິກ ຂອງ ສປປ ເກົາຫຼີ ໄດ້ຕຳນິຕິຕຽນເລື່ອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ເຊັນລັດຖະດຳລັດກ່ຽວກັບມາດຕະການລົງໂທດ ສປປ ເກົາຫຼີ ພາຍຫຼັງ ປະເທດນີ້ດຳເນີນເຫດທົດລອງ ນິວເຄຼຍຄັ້ງທີ 6 ໃນວັນທີ 3 ກັນຍາ. ເຈົ້າໜ້າທີ່ຜູ້ນີ້ ກໍ່ກ່າວເຕືອນ ສປປ ເກົາຫຼີ ຈະມີການກະທຳຢ່າງແຮງຖ້າຫາກວ່າ ອາເມລິກາ ສືບຕໍ່ນະໂຍບາຍຕ້ານພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ