(VOVWORLD) - ວັນທີ 10 ກຸມພາ, ກະຊວງການເງິນ ອາເມລິກາ ໄດ້ອອກໜັງສືອະນຸຍາດລວມ ເພື່ອສ້າງເງື່ອນໄຂໃຫ້ແກ່ການສຳຫຼວດ ແລະ ຂຸດຄົ້ນນ້ຳມັນຢູ່ ເວເນຊູເອລາ.
ວໍຊິງຕັນ ພວມຄ່ອຍໆຜ່ອນຜັນບັນດາຄຳສັ່ງລົງໂທດຕໍ່ຂະແໜງພະລັງງານ ເວເນຊູເອລາ ນັບແຕ່ເມື່ອກຳລັງ ອາເມລິກາ ຈັບຕົວທ່ານ Nicolas Maduro, ປະທານາທິບໍດີ ເວເນຊູເອລາ ໃນຕົ້ນເດືອນ ມັງກອນ 2026. ກ່ອນໜ້ານັ້ນ, ອາເມລິກາ ໄດ້ປະກາດໃຊ້ໜັງສືອະນຸຍາດລວມ ທີ່ອະນຸຍາດການສົ່ງອອກ, ເກັບຮັກສາ, ນຳເຂົ້າ ແລະ ຄ້າຂາຍນ້ຳມັນດິບຂອງ ເວເນຊູເອລາ.
ຕາມກະຊວງການເງິນ ອາເມລິກາ ແລ້ວ, ໜັງສືອະນຸຍາດໃໝ່ ໄດ້ອະນຸຍາດການສະໜອງສິນຄ້າ, ເຕັກໂນໂລຊີ, ຊອບແວ ແລະ ການບໍລິການຈາກ ອາເມລິກາ ໃຫ້ແກ່ບັນດາການເຄື່ອນໄຫວສຳຫຼວດ, ພັດທະນາ ແລະ ຜະລິດນ້ຳມັນຢູ່ ເວເນຊູເອລາ. ອົງການຂໍ້ມູນພະລັງງານ ອາເມລິກາ (EIA) ຄາດຄະເນວ່າ ປະລິມານນ້ຳມັນດິບຂອງ ເວເນຊູເອລາ ອາດຈະເພີ່ມຂຶ້ນເຖິງ 20% ໃນຊຸມເດືອນຈະມາເຖິງ ຖ້າຮັກສາໄດ້ເງື່ອນໄຂສະດວກ.