ອາເມລິກາ ອາດຈະປະໂອກາດແກ້ໄຂຄວາມເຄັ່ງຕຶງດ້ານການຄ້າກັບ ຈີນ

(VOVWORLD) - ວັນທີ 06 ເມສາ, ທີ່ປຶກສາດ້ານເສດຖະກິດຂອງປະທານາທິບໍດີ ອາເມລິກາ, ທ່ານ Larry Kudlow ຖືວ່າ:
ອາເມລິກາ ອາດຈະປະໂອກາດແກ້ໄຂຄວາມເຄັ່ງຕຶງດ້ານການຄ້າກັບ ຈີນ - ảnh 1 (ພາບປະກອບ/ THX/TTXVN)

 ຄວາມເຄັ່ງຕຶງດ້ານການຄ້າພວມປີນຂັ້ນໄດລະຫວ່າງ ອາເມລິກາ ແລະ ຈີນ ອາດຈະໄດ້ຮັບການແກ້ໄຂໃນເວລາ 3 ເດືອນ. ເຖິງຢ່າງໃດກໍ່ຕາມ, ທ່ານ Kudlow ເນັ້ນໜັກວ່າ ຄຳນາບຂູ່ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະເກັບພາສີຂຶ້ນເຖິງ 150 ຕື້ USD ສຳລັບສິນຄ້າຂອງ ຈີນ ແມ່ນເຂັ້ມງວດ. ກ່າວຄຳເຫັນຕໍ່ນັກຂ່າວຢູ່ທຳນຽບຂາວ, ທີ່ປຶກສາ Kudlow ຊີ້ແຈ້ງວ່າ ອາເມລິກາ ແລະ ຈີນ ບໍ່ແມ່ນພວມຕົກເຂົ້າສູ່ສົງຄາມການຄ້າ, ແຕ່ທ່ານຍອມຮັບຮູ້ວ່າ ນະໂຍບາຍການຕ່າງປະເທດ “ອາດຈະບໍ່ໄດ້ຕາມຄວາມມຸ່ງຫວັງ”. ພ້ອມກັນນັ້ນ, ທ່ານ Kudlow ຍັງກ່າວເຕື່ອນຄຳນາບຂູ່ເກັບພາສີທີ່ມີມູນຄ່າ 150 ຕື້ USD ສຳລັບບັນດາປະເພດສິນຄ້າທີ່ນຳເຂົ້າຈາກຈີນ ບໍ່ແມ່ນວິທີເພື່ອເຈລະຈາ, ເມື່ອທຳນຽບຂາວ ຢາກໃຫ້ຈີນປ່ຽນແປງການກະທຳຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ