ອາເມລິກາ ຮຽກຮ້ອງເພີ່ມທະວີການລົງໂທດ ອີຣານ

ອາເມລິກາ ຮຽກຮ້ອງເພີ່ມທະວີການລົງໂທດ ອີຣານ - ảnh 1
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ທ່ານ Leon Panetta

(vovworld) - ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​​ໃນ​ຂະນະ​ທີ່​ພວມ​ຢູ່​ຢ້ຽມຢາມ Tuynidi ​ເມື່ອ​ວັນ​ທີ 30/7 ນັ້ນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ທ່ານ Leon Panetta ​ໄດ້​ເວົ້າ​ວ່າ: ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ປະຊາ​ຄົມ​​ໂລກ ບໍ່​ບັນລຸ​ໄດ້​ຈຸດປະສົງ​​ເລັ່ງລັດ ອີຣານ ຕ້ອງ​ປະລະ​ໂຄງການ​ນິວ​ເຄຼຍຂອງ​ຕົນ. ບັນດາ​ມາດ​ຕະການ​ລົງ​ໂທດ​ນີ້ ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ພື້ນຖານ​ເສດຖະກິດ​ຂອງ ອີຣານ ​ເທົ່າ​ນັ້ນ. ພ້ອມ​ດຽວ​ກັນ​ນັ້ນ, ທ່ານ Panetta ກໍ​ຮຽກຮ້ອ​ງ ໃຫ້ປະຊາ​ຄົມ​ໂລກ​ຕ້ອງ​ຕັດສິນ​ໃຈ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ ​ຈຶ່ງ​ຈະ​ບັນລຸ​ໄດ້​ຄວາມ​ຫວັງ ບັງຄັບ ອີຣານ ຢຸດຕິ​ໂຄງການ​ນິວ​ເຄຼຍຂອງ​ຕົນ. ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ຝ່າຍ​ຕາ​ເວັນ​ຕົກ ​ກັບ ອີຣານ ​ໄດ້​ປີນຂັ້ນ​ໄດ​ນັບ​ແຕ່​ເມື່ອ​ການ​ເຈລະຈາ​ລະຫວ່າງກຸ່ມ P5+1 ​ເຊິ່ງລວມມີ 5 ປະ​ເທ​ດ ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາ​​ດຄື: ​ອາ​ເມ​ລິ​ກາ, ລັດ​ເຊຍ, ອັງກິດ, ຝຣັ່ງ ​ແລະ ຈີນ ພ້ອມ​ກັບ ​ເຢຍລະ​ມັນ ​ແລະ ອີຣານ ຢູ່​ມົດ​ສະ​ກູ ປະ​ເທດ​ລັດ​ເຊຍ ​ເມື່ອ​ເດືອນ 6 ຜ່ານ​ມາ ບໍ່​ບັນລຸ​ໝາກຜົນ​ພໍ​ເທົ່າ​ໃດ ຍ້ອນ​ຫຼັກໝັ້ນ​ຂອງ​​ຝ່າຍຕ່າງໆ​ຍັງ​ແຕກ​ຕ່າງ​ກັນ. ສະຫະພາບ ​ເອີ​ລົບ ​ໄດ້ ຈັດ​ວາງ​ຄຳ​ສັ່ງ​ຂວ້ຳ​ບາດ​ນ້ຳມັນ​ທີ່​ມີ​ຕໍ່​ອີຣານ ນັບ​ແຕ່​ວັນ​ທີ 1/7 ຜ່ານ​ມາ.

ຂ່າວ/ບົດ​ອື່ນ