ອາເມລິກາ ເພີ່ມ ສປປ.ເກົາຫຼີ, ເວເນຊູເອລາ ແລະ ຊາດ ເຂົ້າໃນບັນຊີລາຍຊື່ຫ້າມເຂົ້າເມືອງ

(VOVWORLD) - ວັນທີ 24 ກັນຍາ, ອາເມລິກາ ເພີ່ມ ສປປ.ເກົາຫຼີ, ເວເນຊູເອລາ ແລະ ສ.ຊາດ ເຂົ້າໃນບັນຊີລາຍຊື່ບັນດາປະເທດທີ່ຖືກວາງຄຳສັ່ງຫ້າມເຂົ້າເມືອງຂອງ ວໍຊິງຕັນ,
ອາເມລິກາ ເພີ່ມ ສປປ.ເກົາຫຼີ, ເວເນຊູເອລາ ແລະ ຊາດ ເຂົ້າໃນບັນຊີລາຍຊື່ຫ້າມເຂົ້າເມືອງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:Reuters)

ຍ້ອນສະພາບຄວາມປອດໄພບໍ່ໄດ້ຮັບປະກັນ ແລະ ຂາດການຮ່ວມມືຂອງບັນດາປະເທດນີ້ ກັບວົງການເຈົ້າໜ້າທີ່ ອາເມລິກາ. ຄຳສັ່ງຫ້າມເຂົ້າເມືອງຮອບດ້ານເຖິງ ອາເມລິກາ ໄດ້ນຳໃຊ້ສຳລັບບັນດາພົນລາເມືອງ ສປປ.ເກົາຫຼີ ແລະ ຊາດ, ໃນຂະນະທີ່ ບັນດາມາດຕະການຈຳກັດການເຂົ້າເມືອງສຳລັບ ເວເນຊູເອລາ ໄດ້ນຳໃຊ້ສຳລັບບັນດາເຈົ້າໜ້າທີ່ໃນບັນຊີລາຍຊື່ລວມມີ ບັນດາອົງການນຂຶ້ນກັບລັດຖະບານ ແລະ ຄອບຄົວຂອງເຂົາເຈົ້າ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ໄດ້ຍົກເລີກ ຊູດັງ, ເຊິ່ງແມ່ນໜຶ່ງໃນຫົກປະເທດທີ່ມີພົນລະເມືອງສ່ວນຫລາຍແມ່ນຊາວມຸດສະລິມ ທີ່ນອນໃນຄຳສັ່ງຫ້າມເຂົ້າເມືອງນີ້ ອອກຈາກບັນຊີລາຍຊື່ຫ້າມເຂົ້າເມືອງ. ດັ່ງນັ້ນ, ດ້ວຍການເພີ່ມເຕີມໃນຄັ້ງນີ້, ປັດຈຸບັນມີ 8 ປະເທດຖືກຫ້າມເຂົ້າເມືອງ ອາເມລິກາ ຢ່າງຮອບດ້ານ ຫຼື ສ່ວນໃດສ່ວນໜຶ່ງ, ໃນນັ້ນ ມີ ອີຣານ, ລີບີ, ຊີຣີ, ໂສມາເລຍ ແລະ ເຢແມນ.

ຕອບກັບ

ຂ່າວ/ບົດ​ອື່ນ