ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນຫາ ສປປ.ເກົາຫຼີ

ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນຫາ ສປປ.ເກົາຫຼີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donal Trump
(ພາບ: TTXVN)

(vovworld) - ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donal Trump ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ເລື່ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ບັນ​ດາ​ບັນຫາ ສປປ.​ເກົາ​ຫຼີ ​ໃນ​ສະພາບ​ການ ພຽງ​ຢາງ ສືບ​ຕໍ່​ດຳ​ເນີນ​ໂຄງການ​ອາວຸດ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ນຳ​ວິຖີ. ຫຼັກ​ໝັ້ນ​ດັ່ງກ່າວ ໂດຍການ​ນຳ 2 ທ່ານ​ຢືນຢັນ​ໃນ​ການ​ໂອ້​ລົ​ມທາງ​ໂທລະສັບ​ໃນ​ວັນ​ທີ 09/04. ໃນ​ການ​ໂອ້​ລົ​ມທາງ​ໂທລະສັບ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໃຫ້​ຮູ້​ວ່າ ຍີ່ປຸ່ນ ພວ​ມຕິດຕາມ​ປະຕິກິລິຍາຂອງ ຈີນ ສຳລັບ​ບັນດາການ​ກະທຳ​ຂອງ ສປປ.​ເກົາຫຼີ. ການ​ນຳ 2 ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ຄວາມ​ສາມັກຄີ, ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 3 ປະ​ເທດ ຍີ່ປຸ່ນ - ອາ​ເມ​ລິ​ກາ - ສ.​ເກົາ​ຫຼີ ​ເພື່ອ​ຮັບ​ມື​ຕໍ່ ສປປ.​ເກົາ​ຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ