ອາເມລິກາ ແລະ ບາງປະເທດ ສະມາຊິກອາຊຽນ ຊ້ອມຮົບຮ່ວມ ຕ້ານກໍ່ການຮ້າຍ

ອາເມລິກາ ແລະ ບາງປະເທດ ສະມາຊິກອາຊຽນ ຊ້ອມຮົບຮ່ວມ ຕ້ານກໍ່ການຮ້າຍ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 28/8, ພັນ​ເອກ Omar Tonsay, ​ໂຄສົກ​ຂອງ​ກອງທັບ​ເຮືອ​ຟິລິບ​ປີນ ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ​ແລະ 5 ປະ​ເທດ​ອື່ນ​ທີ່​ຂຶ້ນ​ກັບ​ອາ​ຊຽນ ​ເຊິ່ງລວມມີ ບຣຸ​​ໄລ, ອີນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​ໄທ ​ແລະ ຟິລິບ​ປີນ ​ໄດ້​ເລີ່​ມຕົ້ນ​ການ​ຊ້ອມ​ຮົບ​​ຕ້ານ​ກໍ່​ການ​ຮ້າຍ ທີ່​ແກ່ຍາວ​​ໃນເວລາ 5 ວັນ​ຢູ່ຊ່ອງ​ແຄບ Malacca, ທະ​ເລ Sulu ​ແລະ ອ່າວ Subic. ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ການ​ເຄື່ອນ​​ໄຫວ​ສົມທົບ​ກັນ​ຕ້ານ​ກໍ່​ການ​ຮ້າຍ​ລະຫວ່າງ​ບັນດາກົມ​ກອງ​ຂອງກອງທັບ​ເຮືອ, ກອງທັບ​ອາ​ກາດ ​ແລະ ກຳລັງ​ພິ​ເສດ. ອາ​ເມ​ລິ​ການ ຈະ​ຜັນ​ຂະຫຍາຍ​ກໍ່າ​ປັ່ນຄຸ້ນ​ກັນ USS Safeguard, ​ໃນ​ຂະນະ​ທີ່​ກອງທັບ​ເຮືອ​ຟິລິບ​ປີນ ຜັນ​ຂະຫຍາຍພາລະ​ກອນ 200 ຄົນ, ກໍ່າ​ປັ່ນ​ສູ້​ຮົບ 4 ລຳ ​ແລະ ​​ເຮື​ອບິນ 1 ລຳ. ສິງກະ​ໂປ ຈະ​ຮັບ​ຜິດ​ຊອບ​ບົດບາດ​​​ເປັນ​ສູນ​ບັນຊາ ​ແລະ ຄວບ​ຄຸມ​ການ​ຊ້ອມ​ຮົບ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ