ອາເມລິກາ ແລະ ອິນໂດເນເຊຍ ເພີ່ມທະວີການຮ່ວມມື, ຄຳໝັ້ນສັນຍາໃນການເດີນເຮືອຢ່າງເສລີ ຢູ່ທະເລຕາເວັນອອກ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ດຳເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi.
ອາເມລິກາ ແລະ ອິນໂດເນເຊຍ ເພີ່ມທະວີການຮ່ວມມື, ຄຳໝັ້ນສັນຍາໃນການເດີນເຮືອຢ່າງເສລີ ຢູ່ທະເລຕາເວັນອອກ - ảnh 1ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ອິນໂດເນເຊຍ
(ພາບ: ກະຊວງການຕ່າງປະເທດອິນໂດເນເຊຍ)

ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ, ວັນທີ 14 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ດຳເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi.

        ທີ່ການເຈລະຈາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ, ສະພາບການຢູ່ພາກພື້ນ ແລະ ສາກົນ, ພ້ອມທັງເນັ້ນໜັກເຖິງຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ. 2 ຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຂົງເຂດອື່ນຄື: ການສຶກສາ ແລະ ພົວພັນແລກປ່ຽນປະຊາຊົນ.

        ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໃຫ້ຮູ້ວ່າ, ອາເມລິກາ ໃຫ້ຄຳໝັ້ນສັນຍາຢ່າງແຮງກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງໃນເລື່ອງ ເພີ່ມທະວີການຮ່ວມມືຢ່າງຮອບດ້ານຢູ່ພາກພື້ນ. ທ່ານ Antony Blinken ຖືວ່າ ການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນຝືນກັບກົດໝາຍສາກົນ. ອາເມລິກາ ພ້ອມກັບບັນດາພັນທະມິດ ແລະ ບາງປະເທດຢູ່ ທະເລຕາເວັນອອກ ຈະຕ້ານຄືນບັນດາການກະທຳທີ່ຝືນກັບກົດໝາຍສາກົນ; ຕັດສິນໃຈຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ.

        ພາຍຫຼັງຢ້ຽມຢາມ ອິນໂດເນເຊຍ ແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະໄປຢ້ຽມຢາມ ມາເລເຊຍ ແລະ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ