ອາເມລິກາ ໂຈະກອງປະຊຸມສຸດຍອດກັບບັນດາປະເທດເຂດອ່າວເປີເຊຍ

(VOVWORLD) -ວັນທີ 03 ເມສາ, ບັນດາເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າ, ການພົບປະຄັ້ງສຸດຍອດລະຫວ່າງອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Doland Trump ກັບການນຳ 6 ປະເທດອາຣັບເຂດອ່າວເປີເຊຍ ເຊິ່ງຄາດວ່າຈະດຳເນີນໃນເດືອນພຶດສະພາ ຈະມາເຖິງຖືກໂຈະໄວ້ຮອດເດືອນ ກັນຍາ.

ອາເມລິກາ ໂຈະກອງປະຊຸມສຸດຍອດກັບບັນດາປະເທດເຂດອ່າວເປີເຊຍ - ảnh 1ທ່ານປະທານາທິບໍດີອາເມລິກາ Doland Trump

(ພາບປະກອບ: Reuters)

ຂໍ້ຕົກລົງໂຈະການພົບປະດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ຄວາມບໍ່ລົງລອຍກັນລະຫວ່າງກາຕາ ແລະ ບັນດາປະເທດພັນທະມິດຂອງອາເມລິກາ ພວມເກີດຂຶ້ນໃນພາກພື້ນ ແລະ ຍ້ອນອາເມລິກາ ຍັງບໍ່ທັນມີລັດຖະມົນຕີການຕ່າງປະເທດຄົນໃໝ່ ຍັງພວມລໍຖ້າສະພາສູງໃຫ້ສັດຕະຍາບັນຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ Donald Trump ສະເໜີທ່ານ Mike Pompeo, ຫົວໜ້າອົງການສືບລາຊະການລັບສູນກາງ (CIA) ເປັນຜູ້ນຳກະຊວງການຕ່າງປະເທດອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ