ອາເມລິກາ,UAEປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

(VOVWORLD) -ວັນທີ 20 ສິງຫາ, ຢູໄນເຕັດ ອາຣັບ ເອມີເຣດ (UAE) ແລະ ອາເມລິກາ ໄດ້ມີການປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມື ແລະ ນ້ຳໃຈມິດຕະພາບລະຫວ່າງສອງປະເທດ.

ອາເມລິກາ,UAEປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ - ảnh 1 ອົງມົງກຸດລາຊະກຸມມານ Sheikh Mohamed Bin Zayed Al- Nahyan  ແລະ ທ່ານJames Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ

ພາບ:wam.ae

 ຮອງຜູ້ບັນຊາການສູງສຸດກຳລັງປະກອບອາວຸດ UAE, ອົງມົງກຸດລາຊະກຸມມານ Sheikh Mohamed Bin Zayed Al- Nahyan ມີການເຈລະຈາທາງໂທລະສັບກັບລັດຖະມົນຕີກະຊວງປອ້ງກັນປະເທດ ອາເມລິກາ James Mattis, ໃນນັ້ນ ສອງຝ່າຍແລກປ່ຽນກ່ຽວກັບການຮ່ວມມື, ພິເສດ ໃນຂົງເຂດການທະຫານລະຫວ່າງ ອາເມລິກາ ແລະ UAE. ສອງຝ່າຍຍັງປຶກສາຫາລືກ່ຽວກັບບັນດາການຜັນແປຫລ້າສຸດໃນພາກພື້ນ ແລະ ໃນໂລກ, ກໍ່ຄືການຮ່ວມມືຮ່ວມ ເພື່ອເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ພາກພື້ນເພື່ອຕ້ານຄືນລັດທິກໍ່ການຮ້າຍ ແລະ ຫົວຮຸນແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ