ອາ​ເມ​ລິ​ກາ​ຈະ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ປີ 2021

(VOVWORLD) - ໃນກອງປະຊຸມຂ່າວເມື່ອວັນທີ 5 ມິຖຸນາຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຕື້ອງເຖິງບັນດາບັນຫາການພົວພັນພາຍໃນ ແລະ ຕ່າງປະເທດ ຊື່ງພົ້ນເດັ່ນແມ່ນທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ພື້ນຖານເສດຖະກິດແຖວໜ້າຂອງໂລກນີ້ ຈະຟື້ນຢູຢ່າງໄວວາ ພາຍຫຼັງໂລກລະບາດໂຄວິດ-19.
ອາ​ເມ​ລິ​ກາ​ຈະ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ປີ 2021 - ảnh 1

ກຳມະກອນເຮັດວຽກຢູ່ໂຮງງານທີ່ Vernon, Los Angeles, California, ອາເມລິກາ

 (ພາບ: THX/TTXVN)

  ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ໃຫ້ຂໍ້ສັງເກດວ່າ: ປະເທດອາເມລິກາ ໄດ້ຜ່ານຜ່າຈຸດເວລາທີ່ຊົ່ວຮ້າຍທີ່ສຸດຂອງໂລກລະບາດໂຄວິດ-19 ແລ້ວ. ທ່ານເນັ້ນໜັກວ່າ: ໃນຈຸດເວລາປະຈຸບັນ, ຍຸດທະສາດດີທີ່ສຸດຂອງອາເມລິກາ ແມ່ນສຸມໃສ່ບັນດາແຫຼ່ງກຳລັງ ເພື່ອຮັບມືກັບໂລກລະບາດໃນກຸ່ມທີ່ມີຄວາມສ່ຽງສູງ. ຕາມທ່ານປະທານາທິບໍດີອາເມລິກາ Donald Trump ແລ້ວ, ອຳນາດການປົກຄອງອາເມລິກາ ຢາກມີບ້ວງເງິນກະຕຸ້ນເສດຖະກິດໃໝ່, ໜູນຊ່ວຍບັນດາຂົງເຂດທີ່ຖືກຜົນກະທົບຈາກໂລກລະບາດຢ່າງຮ້າຍແຮງຄື: ຮ້ານອາຫານ, ໂຮງແຮມ, ຂະແໜງອຸດສາຫະກຳບັນເທິງ…

    ຄາດວ່າ, ລັດຖະບານປະເທດນີ້ ຈະປະກາດນະໂຍບາຍອາກອນໃໝ່ໂດຍໄວ ເພື່ອຫລຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ບັນດາພື້ນຖານດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ