ອາ​ເມ​ລິ​ກາ​ຖອນ​ຕົ​ວ​ອອກ​ຈາກ​ສົນ​ທິ​ສັນ​ຍາທ້ອງ​ຟ້າ​ເປີດ

(VOVWORLD) - ວັນທີ 22 ພະຈິກ ອາເມລິກາ ປະກາດຖອນຕົວອອກຈາກສົນທິສັນຍາ ການປ້ອງກັນຊາດທ້ອງຟ້າເປີດຢ່າງເປັນທາງການໂດຍແມ່ນໜຶ່ງໃນບັນດາຂໍ້ຕົກລົງສາກົນ ເຊິ່ງ ອາເມລິກາ ໄດ້ຕັດສິນໃຈຖອນຕົວອອກ ໃນອາຍຸການຂອງທ່ານປະທານາທິບໍດີ Donald Trump.
ອາ​ເມ​ລິ​ກາ​ຖອນ​ຕົ​ວ​ອອກ​ຈາກ​ສົນ​ທິ​ສັນ​ຍາທ້ອງ​ຟ້າ​ເປີດ - ảnh 1

ເຮືອບິນສູ້ຮົບ F-35B ຂອງ ອາເມລິກາ (ພາບ: AFP/TTXVN)

ໃນວັນດຽວ, ທ່ານ Dmitry Peskov ເລຂາຝ່າຍສື່ມວນຊົນ ປະທານາທິບໍດີ ລັດເຊຍ ກັນຖືວ່າ ເລື່ອງອາເມລິກາຖອນຕົວອອກຈາກສົນທິສັນຍາ ທ້ອງຟ້າເປີດ ເຮັດໃຫ້ຂໍ້ຕົກລົງນີ້ຄືວ່າ ບໍ່ມີຄວາມໝາຍ. ກະຊວງການຕ່າງປະເທດ ລັດເຊຍຢັ້ງຢືນວ່າ ລັດເຊຍຄາດວ່າ ຈະຊອກຫາບັນດາສິ່ງຄ້ຳປະກັນຢ່າງແນ່ວແນ່ ຈາກບັນດາປະເທດທີ່ຍັງຄົງເຂົ້າຮ່ວມສົນທິສັນຍາດັ່ງກ່າວ ເພື່ອປະຕິບັດພັນທະຂອງຕົນ.

ສົນທິສັນຍາທ້ອງຟ້າເປີດໄດ້ລົງນາມແຕ່ປີ 1992 ແລະ ມີຜົນສັກສິດນັບແຕ່ປີ 2002ເປັນຕົ້ນມາ, ເຊິ່ງອະນຸຍາດໃຫ້ 35 ປະເທດເຂົ້າຮ່ວມລົງນາມ, ລວມມີ ລັດເຊຍ ແລະ ອາເມລິກາ ໄດ້ປະຕິບັດບັນດາຖ້ຽວບິນຕິດຕາມກວດກາໃນນ່ານຟ້າຂອງກັນ. ເຖິງຢ່າງໃດກໍ່ຕາມ, ທັງລັດເຊຍ ແລະ ອາເມລິກາໄດ້ກ່າວຫາກັນຢ່າງເປັນປະຈຳວ່າລະເມີດຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ