ອາເມລິກາພ້ອມແລ້ວຈະເຈລະຈາກັບລັດເຊຍກ່ຽວກັບບັນຫາລູກສອນໄຟແລະ ການຊ້ອມຮົບ

(VOVWORLD) -ອາອາເມລິກາພ້ອມແລ້ວທີ່ຈະປຶກສາຫາລືກັບລັດເຊຍກ່ຽວກັບບັນດາລະບົບລູກສອນໄຟແລະການຊ້ອມຮົບຂອງສອງປະເທດໃນການເຈລະຈາເຊິ່ງຄາດວ່າຈະເລີ່ມປະຕິບັດໃນວັນທີ 9 ມັງກອນຢູ່ ເຊີແນວປະເທດສະວິດ ຂະນະທີ່ ອາເມລິກາແລະລັດເຊຍຊອກຫາວິທີແກ້ໄຂຄວາມເຄັ່ງຕຶງໃນບັນຫາ ຢູແກຣນໃນປັດຈຸບັນ
ອາເມລິກາພ້ອມແລ້ວຈະເຈລະຈາກັບລັດເຊຍກ່ຽວກັບບັນຫາລູກສອນໄຟແລະ ການຊ້ອມຮົບ - ảnh 1

     ເຈົ້າໜ້າທີ່ທ່ານໜຶ່ງຢູ່ທຳນຽບຂາວໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ ມີບາງຂົງເຂດເຊິ່ງສອງປະເທດອາດຈະສ້າງຄວາມຄືບໜ້າ. ທ່ານຍັງໃຫ້ຮູ້ວ່າມົດສະກູສະແດງຄວາມສົນໃຈຕໍ່ການປຶກສາຫາລືກ່ຽວກັບອະນາຄົດຂອງບາງລະບົບລູກສອນໄຟໃດໜຶ່ງຢູ່ ເອີລົບພ້ອມກັບສົນທິສັນຍາກຳລັງນິວເຄຼຍໄລຍະກາງແລະສອງຝ່າຍພວມສັ່ງຊາຕໍ່ການປຶກສາຫາລືກ່ຽວກັບບັນຫານີ້

ຕອບກັບ

ຂ່າວ/ບົດ​ອື່ນ