ອາເມລິກາ,ຟີລິບປິນກ່າວປະນາມຈີນນຳໃຊ້ກຳລັງທັບເຮືອເພື່ອນາບຂູ່ກຳ່ປັ່ນຫາປາຢູ່ທະເລຕາເວັນອອກ

ອາເມລິກາ,ຟີລິບປິນກ່າວປະນາມຈີນນຳໃຊ້ກຳລັງທັບເຮືອເພື່ອນາບຂູ່ກຳ່ປັ່ນຫາປາຢູ່ທະເລຕາເວັນອອກ - ảnh 1
ກຳ່​ປັ່ນ​ຫາ​ປາ​ຂອງ​ຊາວ​ປະມົງ ຟີ​ລິບ​ປິນ
(ພາບ​ປະ​ກອບ: AP)

(vovworld) - ວັນ​ທີ 2/3, ອຳນາດ​ການ​ປົກຄອງ​ ຟີ​ລິບ​ປິນ ​ໄດ້​ກ່າວ​ປະນາມ ຈີນ ສົ່ງ​ກຳ່​ປັ່ນ​ເຖິງ​ຫາດ​ຫີນ​ປະ​ກາ​ລັງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ກີດຂວາງ​ກຳ່​ປັ່ນ​ຫາ​ປາ​ຂອງ​ຊາວ​ປະມົງ ຟີ​ລິບ​ປິນ, ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ທະ​ເລ​ນີ້​. ​ເຖິງ​ວ່າ​ບັນດາ​ກຳ່​ປັ່ນ​ຂອງ ​ຈີນ ​ໄດ້​ຍ້າຍ​ອອກ​ຈາກ​ເຂດ​ດັ່ງກ່າວ​​ແລ້ວກໍ່ຕາມ, ​ແຕ່​ພາຍຫຼັງ​ເຫດການ​ນີ້, ກະຊວງ​ການ​ຕ່າງປະ​ເທດ ຟີ​ລິບ​ປິນ ​ໄດ້​ຮຽກຮ້ອງ​ ຈີນ​ລະງັບ​ໃຈ, ຫຼີກ​ລ້ຽງ​ບໍ່​ໃຫ້​​ເກີດການ​ກະທຳ​ໃດໆທີ່​ພາ​ໃຫ້​ສະພາບ​ການ​ສັບສົນຂຶ້ນ​ຕື່ມ, ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ອອກ​ຖະ​ແຫຼ​ງການປະຕິ​ເສດ​ເລື່ອງ ຈີນ​ນຳ​ໃຊ້​ກຳລັງ​ທັບ​ເຮືອ​ເພື່ອ​ນາບ​ຂູ່​ບັນດາ​ກຳ່​ປັ່ນ​ຫາ​ປາ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ເຂດ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຕາ​ເວັນ​ອອກ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Mark Toner ​ເນັ້ນ​ໜັກ​ວ່າ: “ວໍ​ຊິງ​ຕັນ​ ບໍ່​ຢາກ​ໃຫ້​ປັກ​ກິ​ງນຳ​ໃຊ້​ກຳລັງ​ທັບ​ເຮືອ​ເພື່ອ​ນາບ​ຂູ່​ບັນດາ​ກຳ່​ປັ່ນ​ຫາ​ປາ​ໃນ​ພາກ​ພື້ນ“. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ອາ​ເມ​ລິ​ກາ Ashton Carter ກໍ່​ກ່າວ​ເຕືອນ ​ຈີນ​ບໍ່​ໄດ້​ນຳ​ໃຊ້​ກ​ຳລັງ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ