ທ່ານ Ashton Carter, ລັດຖະມົນຕີວ່າການກະຊວງປ້ອງກັນ
ປະເທດ ອາເມລິກາ
ພາບ:dangcongsan
|
(vovworld)- ວັນທີ 7/11, ທ່ານ Ashton Carter, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອາເມລິກາ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ລະດັບຄວາມໄວ ແລະ ຂອບຂະຫນາດຖົມດິນກໍ່ສ້າງເກາະຂອງຈີນ ຢູ່ ທະເລຕາເວັນອອກ ແລະ ຄວາມສ່ຽງນຳໃຊ້ການທະຫານຢູ່ເຂດນີ້ ອາດຈະພາໄປເຖິງການປະທະກັນຢູ່ພາກພື້ນ. ກ່າວຄຳເຫັນທີ່ເວທີປາໄສປ້ອງກັນຊາດຢູ່ ຫໍສະມຸດປະທານາທິບໍດີ Ronald Reagan ຢູ່ California, ທ່ານ Carter ຢືນຢັນ ອາເມລິກາຈະສືບຕໍ່ບັນດາການເຄື່ອນໄຫວການເດີນທະເລຢ່າງເສລີ ຢູ່ເຂດທະເລນີ້. ຄຳຖະແຫລງດັ່ງກ່າວຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຖືກຍົກອອກພາຍຫລັງ ວັນທີ 27/10, ກຳປັ່ນຂັບໄລ່ຂອງກອງທັບເຮືອ ອາເມລິກາ ເຂົ້າບັນດາເກາະທຽມ ຊື່ງຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ໝູ່ເກາະ ເຈື່ອງຊາ. ນີ້ໄດ້ຮັບຖືວ່າແມ່ນການກະທຳທຳອິດໃນແຜນການຂອງອາເມລິກາ ຜັນຂະຫຍາຍບັນດາການເຄືື່ອນໄຫວລາດຕະເວັນຢູ່ທະເລຕາເວັນອອກເປັນປະຈຳ.