ອາເມລິກາຮຽກຮ້ອງຈີນ ບໍ່ສ້າງຕັ້ງ ADIZ ໃນເຂດເກີດການພິພາດ ອະທິປະໄຕ


ອາເມລິກາຮຽກຮ້ອງຈີນ ບໍ່ສ້າງຕັ້ງ ADIZ ໃນເຂດເກີດການພິພາດ ອະທິປະໄຕ - ảnh 1

ທ່ານ Daniel Russel ຜູ້​ຊ່ວຍ​ວຽກ​ຂອງ​ທ່ານ​

ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ

 (ພາບ: vov)

 (vovworld)- ​ ວັນທີ 4/2, ທ່ານ Daniel Russel ຜູ້​ຊ່ວຍ​ວຽກ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ​ ໄດ້ຮຽກຮ້ອງ​ໃຫ້​ຈີນ ບໍ່​ສືບ​ຕໍ່​ສ້າງຕັ້ງ​ເຂດ​ປ້​ອງກັນ​ອາກາດ (ADIZ) ຢູ່ບັນດາ​ເຂດ​ເກີດ​ການ​ພິພາດ​ອະທິປະ​ໄຕ. ທ່ານ Daniel Russel ຢືນຢັນ​ວ່າ: ອາ​ເມ​ລິ​ກາ ມີ​ຄວາມ​ວິຕົກກັງວົນ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ມໍ່ໆ​ມານີ້​ຢູ່​ທະ​ເລ​ຮວາ​ຕຸ​ງ ກໍ່​ຄື​ທະ​ເລ​ຕາ​ເວັນ​ອອ​ກ, ພິ​ເສດ​ແມ່ນ​ບໍ່​ມີ​ລັກສະນະ​ການ​ພົວພັນທາງ​ການ​ທູດ​ແລະ ກົດໝາຍ. ພ້ອມ​ກັນນັ້ນ, ທ່ານ Daniel Russel ປະກາດ​ວ່າ: ອາ​ເມ​ລິ​ກາ ຖື​ວ່າ: ​ເລື​ອ່ງສ້າງຕັ້ງ ADIZ ພຽງ​ຈະ​ເຮັດ​ໃຫ້​ພາກ​ພື້ນ​ຂາດ​ສະຖຽນ​ລະ​ພາບ​ເທົ່າ​ນັ້ນ, ສ້າງ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ກີດຂວາງ​ວິວັດ​ການ​ຈໍລະ​ຈອນ​ໃນ​ເຂດ​ນ່ານຟ້າ​ສາກົນ. ຊ້ຳບໍ່​ໜຳ, ຜູ້​ຊ່ວຍ​ວຽກ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຍັງ​ກ່າວ​ເຕືອນ​ວ່າ: “ການ​ກະທຳ​ນີ້​ອາດ​ຈະ​ພາ​ໄປ​ເຖິງ​ບັນດາ​ການ​ຄິດ​ໄລ່​ທີ່​ພິດ​ພາດ ​ແລະ ການ​ສຸ​ຢັນ​ກັນ​ໂດຍ​ບັງ​ເອີນ“./.

 

ຂ່າວ/ບົດ​ອື່ນ