ອາເມລິກາເລີ່ມນຳໃຊ້ລະບົບປ້ອງກັນລູກສອນໄຟຢູ່ເອີລົບ

ອາເມລິກາເລີ່ມນຳໃຊ້ລະບົບປ້ອງກັນລູກສອນໄຟຢູ່ເອີລົບ - ảnh 1
ທ່ານ Ashton Carter ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ
(ພາບ: AFP/TTXVN)

(vovworld) - ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ ຂອງ ອາ​ເມ​ລິ​ກາ​ຢູ່ ​ເອີ​ລົບ​ ເລີ່​ມນຳ​ເຂົ້າ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 12/05, ​ໂດຍ​ບໍ່​ຫົວຊາ​ຕໍ່ບັນດາ​ຄຳ​ກ່າວ​ເຕືອນ​ຈາກ ລັດ​ເຊຍ ທີ່ຖື​ວ່າ: ການ​ກະທຳ​ນີ້ ​ໄດ້ນາບ​ຂູ່​ເຖິງ​ພື້ນຖານສັນຕິພາບຢູ່​ພາກ​ພື້ນ ​ເອີ​ລົບ​ກາງ. ທ່ານ Ashton Carter ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຖື​ວ່າ: ​ເລື່ອ​ງນຳ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ດັ່ງກ່າວ​ເຂົ້າ​ເຄື່ອນ​ໄຫວ​ຢູ່ Romania ​ເຊິ່ງ​ແມ່ນສ່ວນ​ໜຶ່ງ​ທີ່ສຳຄັນ​ໃນ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຢູ່​ພາກ​ພື້ນ ​ເອີ​ລົບ ​ຊີ້ໃຫ້​ເຫັນ​ວ່າ: ອາ​ເມ​ລິ​ກາ ມີ​ຄວາມ​ສາມາ​ດຢ່າງ​ພຽງພໍ ​ເພື່ອ​ປົກປ້ອງ​ບັນດາພັນ​ທະ​ມິດ NATO ຢູ່ ​ເອີ​ລົບ . ທ່ານ Carter ອະພິປາຍ​ວ່າ ອີຣານ ພວມ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ລູກ​ສອນ​​ໄຟນຳ​ວິຖີ, ດ້ວຍ​ເຫດ​​ນັ້ນ ອາ​ເມ​ລິ​ກາ ຈຶ່ງຕ້ອງ​ມີ​ບາດກ້າວ​ເພື່ອສະກັດ​ກັ້ນ​ໄພ​ນາບ​ຂູ່​ນີ້. ທ່ານ​ກໍ່​ຖະ​ແຫຼ​ງວ່າ ລະບົບ​ປ້ອງ​ກັນ​ລູກສອນ​ໄຟ ​ແມ່ນ​ບໍ່​​ແນ​ໃສ່​ເຂົ້າ ລັດ​ເຊຍ ​ແລະ ຈະ​ໄດ້​ມອບ​ສົ່ງ​ໃຫ້ກອງ​ບັນຊາ​ການ NATO ​ໂດຍ​ໄວ.


ຂ່າວ/ບົດ​ອື່ນ