ພົນເອກ Valery Gerasimov ຫົວຫນ້າກົມໃຫຍ່ເສນາທິການບັນດາກຳລັງປະກອບອາວຸດ ລັດເຊຍ
ພາບ:baotintuc.vn
|
(vovworld)-ອາເມລິກາ ແລະ NATO ຢາກ ເຮັດໃຫ້ ຢູແກຼນ ຂາດສະຖຽນລະພາບເພື່ອຄວບຄຸມໃນໄລຍະຍາວ, ກໍ່ຄວາມເສຍຫາຍໂດຍກົງເຖິງຜົນປະໂຫຍດທີ່ຕັ້ງການເມືອງຂອງລັດເຊຍ ແລະ ບັນດາວິວັດການເຊື່ອມໂຍງໃນໄລຍະຫລັງ ໂຊວຽດເກົ່າ. ນັ້ນແມ່ນຄຳຖະແຫລງຂອງ ພົນເອກ Valery Gerasimov ຫົວຫນ້າກົມໃຫຍ່ເສນາທິການບັນດາກຳລັງປະກອບອາວຸດ ລັດເຊຍ, ໃນການພົບປະເມື່ອວັນທີ 10/12 ກັບທູດທະຫານຕ່າງປະເທດປະຈຳ ມົດສະກູ ກວ່າ 70 ທ່ານ. ພົນເອກ Valery Gerasimov ຖືວ່າ: ອາເມລິກາ ແລະ ຝ່າຍຕາເວັນຕົກ ໄດ້ປະກາດເອກະສານປອມຫຫລາຍສະບັບຜ່ານເຄືອຂ່າຍ ອິນເຕີແນັດ ແລະ ບັນດາສື່ອອນລາຍສັງຄົມກ່ຽວກັບການເຂົ້າຮ່ວມ ຂອງພົນທະຫານ ລັດເຊຍ ໃນການປະທະກັນຢູ່ບັນດາແຂວງ Donetsk ແລະ Lugansk ຂອງ ຢູແກຼນ.