ອາເມລິກາແລະກູບາບັນລຸຂໍ້ຕົກລົງເປີດສະຖານທູດຄືນໃໝ່

ອາເມລິກາແລະກູບາບັນລຸຂໍ້ຕົກລົງເປີດສະຖານທູດຄືນໃໝ່ - ảnh 1
ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ Patrick Leahy ຖ່າຍ​ຮູບ​ພາຍຫຼັງ​ການ​
ປະ​ຊຸມ​ຂ່າວ​ຢູ່​ໂຮງ​ແຮມ ລາ​ຮາ​ວານ​ໃນ​ວັນ​ທີ 27/6
(ພາບ: Reuters)

(vovworld) –  ​ໃນ​ການ​ກະ​ທຳ​ທີ່​ໄດ້​ຮັບ​ການ​ລໍ​ຄອຍ​ຈາກ​ຫາງ​ສຽງ​ແຕ່​ດົນ​ນານ​ມາ​ແລ້ວ, ວັນ​ທີ 30/6, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງໂດຍບໍ່​ເຜ​ີຍ​ຊື່​ຂອງ​ອຳ​ນາດກ​ານ​ປົກ​ຄອງ ອາ​ເມ​ລິ​ກາ Barack Obama ຖະ​ແຫຼງວ່າ: ອາ​ເມ​ລິ​ກາ ແລະ ກູ​ບາ ຈະ​ປະ​ກາດ​ຈຸດ​ເວ​ລາ​ເປີດ​ບັນ​ດາ​ສະ​ຖານ​ທູ​ດ​ຢູ່​ນະ​ຄອນຫຼວງ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ວັນ​ທີ 1/7. ເຈົ້າ​ໜ້​າທີ່​ຜູ້ນີ້​ຍັງ​ໃຫ້​ຮູ້​ຕື່​ມ​ອີກວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກ​ະ​ຊວງ​ການ​ຕ່າງ​ປະ​ເທດ John Kerry, ຜູ້​ພວມ​ມີ​ໜ້າ​ຢູ່ ວຽນ​ນາ (ປະ​ເທດ ໂອ​ຕ​ຣິດ) ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກັ​ບ ອີ​ຣານ, ມີ​ບົດ​ກ່າວ​ປາ​ໄສ​ໃນ​ຕອນ​ເຊົ້າ​ວັນ​ທີ 1/7 ກ່ຽວ​ກັບ​ເຫດ​ການ​ສຳ​ຄັນ​ນີ້​ໃນ​ວິ​ວັດ​ການ​ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ຝ່າຍ.

        ນັບ​ແຕ່​​ພາຍຫຼັງການ​ປະ​ກາດ​​ຄັ້ງປະ​ຫວັດ​ສາດ​ກ່ຽວ​ກັບ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ ​ໂດຍທ່ານ​ປະ​ທ​າ​ນາ​ທິ​ບໍ​ດີ Barack Obama ແລະ ທ່ານ​ປະ​ທານ Raul Castro ຍົກ​ອອກ​ມາ​ໃນ​ວັນ​ທີ 17/12/2014, 2 ຝ່າຍ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ບາດ​ກ້າວ​ເດີນ​ເພື່ອ​ແນ​ໃສ່​ຍູ້​ໄວ​ວິ​ວັດ​ການນີ້.

ຂ່າວ/ບົດ​ອື່ນ