ອາເມລິກາແລະອີຢູເຫັນດີຈັດການເຈລະຈາດ້ານການຄ້າໂດຍໄວ

(VOVWORLD) -ບັນດາຝ່າຍ, ໃນນັ້ນມີທ່ານປະທານາທິບໍດີອາເມລິກາ Donald Trump, ໄດ້ເຫັນດີຕໍ່ຫຼັກການຂອງກົນໄກເຈລະຈາລະຫວ່າງສະຫະພາບເອີລົບ ແລະ ອາເມລິກາ, ໃນການເຮັດວຽກໃນຕອນບ່າຍວັນທີ 08 ມິຖຸນາ, ຢູ່ນອກກອງປະຊຸມ G7 ຢູ່ການາດາ.

ອາເມລິກາແລະອີຢູເຫັນດີຈັດການເຈລະຈາດ້ານການຄ້າໂດຍໄວ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: telegraph.co.uk)

ທ່ານປະທານາທິບໍດີອາເມລິກາ Donald Trump ກໍ່ໄດ້ຖືວ່າ ມີຄວາມປະນີປະນອມກວ່າ ພາຍຫຼັງມີການເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ໃຫ້ຂໍ້ສັງເກດວ່າ, ທ່ານ Macron ພວມມີບັນດາການປະກອບສ່ວນເພື່ອແກ້ໄຂບັນຫາການຄ້າ. ການນຳອາເມລິກາ - ຝລັ່ງ ໄດ້ມີການເຈລະຈາ 2 ຝ່າຍຢູ່ນອກກອງປະຊຸມ G7. ກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານ Trump ຢືນຢັນວ່າ ຈະມີບັນດາການຫັນປ່ຽນຢ່າງຕັ້ງໜ້າ ແຕ່ບໍ່ຍົກອອກລາຍລະອຽດເທື່ອ. ໃນຂະນະນັ້ນ, ທ່ານປະທານາທິບໍດີຝລັ່ງ ຖືວ່າ, ອາດຈະແກ້ໄຂບັນດາບັນຫາດ້ານການຄ້າ ທີ່ເຄີຍກໍ່ຄວາມແບ່ງແຍກໃນກຸ່ມ G7 ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ