ຮັກສາແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ

ຮັກສາແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ບຸນ​ຍັງ ວໍລະ​ຈິດ ​
ຕ້ອນຮັບ​ທ່ານ ຮ່ວາງ​ບິ່ງ​ກວນ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 22/01, ຢູ່​ນະຄອນຫລວງ ວຽງ​ຈັນ ລາວ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ ບຸນ​ຍັງ ວໍລະ​ຈິດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຮ່ວາງ​ບິ່ງ​ກວນ ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ທູດ​ພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ.

        ທີ່​ການ​ຕ້ອນຮັບ,ທ່ານ ຮ່ວາງບິ່ງ​ກວນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​​ພາຍ​ໃຕ້​ການ​ຊີ້ນ​ຳນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່ ​ແລະ ຍິ່ງ​ໃຫຍ່​ກ່ວາ​ອີກ ​ໃນ​ພາລະກິດ​ປ່ຽນ​ໃໝ່, ປະຊາຊົນ ລາວ ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ຢ່າງ​ມີ​ໄຊ; ກໍ່ສ້າງ​ສຳ​ເລັດ​ປະ​ເທດ ລາວ ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ ຕາມ​ຄາດໝາຍ​ສັງຄົມນິຍົມ. ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ໝັ້ນ​ໝາຍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ ພ້ອມ​ກັບພັກ, ລັດ ​ແລະ ປະຊາຊົນ ລາວ ຮັກສາ, ​ເສີມ​ຂະຫຍາຍ ​ແລະ ສືບ​ທອດ​ໃຫ້​ຄົນ​ລຸ້ນຫລັງ​ ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ.

        ສ່ວນ​ທ່ານ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ອວຍພອນ​ພັກ​ກອມ​ມູນິດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກສຳ​ເລັດ​ຜົນ​ຢ່າງ​ຈົບ​ງານ; ທ່ານສະ​ແດງ​ຄວາມ​ເຊື່​ອໝັ້ນ​ວ່າ: ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່ ​ແລະ ຍິ່ງ​ໃຫຍ່​ກ່ວາ​ອີກ ​ໃນ​ພາລະກິດ​ປ່ຽນ​ໃໝ່, ນຳ ຫວຽດນາມ ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍພື້ນ​ຖານ​ຢ່າງ​ໄວ.

 

ຂ່າວ/ບົດ​ອື່ນ