ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ

(VOVWORLD) -ຍ້ອນໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ດັ່ງນັ້ນບັນດາວັດວາອາຮາມ, ສະຖານທີ່ບູຊາຢູ່ບໍລິເວນທ້ອງຖິ່ນຄື: ກ່າເມົາ, ຈ່າວິງ ພຽງແຕ່ໄດ້ຈັດຕັ້ງວັນບຸນວິສາຂະບູຊາ ດ້ວຍຂອບຂະໜາດພາຍໃນວັດ, ບໍ່ເຕົ້າໂຮມຫຼາຍຄົນ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕາມຄຳແນະນຳຂອງຂະແໜງສາທາລະນະສຸກໄດ້ເປັນຢ່າງດີ.

ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ - ảnh 1ທ່ານ ຟ້າມວັນຫ໋ຽນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນ ນະຄອນ ເກິ່ນເທີ ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄະນະບໍລິຫານງານພຸດທະສາສະໜາ ນະຄອນ ເກິ່ນເທີ

ວັນບຸນວິສາຂະບູຊາປີນີ້, ຄະນະບໍລິຫານງານພຸດທະສາສະໜາຫວຽດນາມແຂວງຈ່າວິງໄດ້ແນະນຳບັນດາວັດວາອາຮາມ, ສະຖານທີ່ບູຊາ, ພະສົງສຳມະເນນທີ່ມີເງື່ອນໄຂຈັດຕັ້ງວັນບຸນວິສາຂະບູຊາທາງອອນລາຍເພື່ອເຊື່ອມຕໍ່ກັບປະຊາຄົມ ສາສະນິກະຊົນ, ສົ່ງເສີມບັນດາພຸດທະສາສະນິກກະຊົນປະຕິບັດ ສັບປະດາ “ສົງພະພຸດທະເຈົ້າທາງອອນລາຍ - ທະວີຄູນຄຸນງາມຄວາມດີ”. ທ່ານພະມະຫາອາຈານຈິກຈິ໊ມິງ, ຮອງຫົວໜ້າຄະນະປະຈຳຄະນະບໍລິຫານງານພຸດທະສາສະໜາຫວຽດນາມແຂວງຈ່າວິງ ໃຫ້ຮູ້ວ່າ:

ເນື່ອງໃນໂອກາດວັນບຸນວິສາຂະບູຊາພ. 2565, ຕາມຈິດໃຈການຊີ້ນຳຂອງສູນກາງສາສະໜາ, ຄະນະບໍລິຫານງານພຸດທະສາສະໜາແຂວງໄດ້ແຈ້ງການໄປຍັງຄະນະບໍລິຫານງານບັນດາເມືອງ, ເທດສະບານ, ນະຄອນກໍ່ຄືບັນດາຜູ້ເຈົ້າອາວາດສະຖານທີ່ບູຊາ, ພະສົງສຳມະເນນ, ພຸດທະສາສະນິກກະຊົນຈົ່ງເຂົ້າຮ່ວມການປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ, ຈັດຕັ້ງຢ່າງເຂັ້ມງວດແຕ່ຕ້ອງຮັບປະກັນຄວາມປອດໄພ, ປະຕິບັດຢ່າຖືກຕ້ອງຕາມເນື້ອໃນຈິດໃຈ 5 ມາດຕະການປ້ອງກັນສະກັດກັ້ນໂລກລະບາດເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບ.

ຢູ່ກາເມົາ, ຄະນະບໍລິຫານງານພຸດທະສາສະໜາຫວຽດນາມແຂວງໄດ້ຈັດຕັ້ງວັນບຸນວິສາຂະບູຊາ ຄ.ສ 2021 - ພສ 2565 ຢູ່ສະຖານທີ່ບູຊາພະແມ່ກວານອີນ ຊຶ່ງໄດ້ຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ